spot_img
Homeຂ່າວພາຍ​ໃນສຳເລັດການປົວຄົນເຈັບ ມະເຮັງເມັດເລືອດຂາວຊະນິດຮຸນແຮງ

ສຳເລັດການປົວຄົນເຈັບ ມະເຮັງເມັດເລືອດຂາວຊະນິດຮຸນແຮງ

Published on

ຈາກການແບ່ງປັນເລື່ອງລາວລົງໃນເພຈເຟດບຸກຂອງພະຍາດເລືອດ ມະໂຫສົດ ໄດ້ມີການໂພສກ່ຽວກັບການສຳເລັດການປິ່ນປົວຄົນເຈັບ ມະເຮັງເມັດເລືອດຂາວຊະນິດຮຸນແຮງ ເປັນກໍລະນີທຳອິດ, ເຊິ່ງເນື້ອໃນໂພສໄດ້ລະບຸວ່າ: ” 15/5/24 – 19/6/24 ຂໍບັນທຶກໄວ້ໃນປະຫວັດສາດ ໜ່ວຍງານພະຍາດເລືອດ ພະແນກພາຍໃນ ໂຮງໝໍມະໂຫສົດ ໄດ້ສຳເລັດການປິ່ນປົວຄົນເຈັບ ມະເຮັງເມັດເລືອດຂາວຊະນິດຮຸນແຮງ ຫຼື Acute myeloid leukemia ດ້ວຍການໃຫ້ຢາເຄມີບຳບັດຂະໜາດສູງໄດ້ສຳເລັດເປັນກໍລະນີທຳອິດ (7+3 remission induction chemotherapy)

อาจเป็นรูปภาพของ 5 คน และ โรงพยาบาล

ພວກເຮົາຂໍສະແດງຄວາມຊື່ນຊົມ ຍົກສູງນ້ຳໃຈສູ້ຊົນ ແລະ ຄວາມກ້າຫານໃນການຕັດສິນໃຈຂອງຄອບຄົວຄົນເຈັບ ແລະ ຕົວຄົນເຈັບເອງ ທີ່ມີຄວາມກ້າຫານໃນການເຂົ້າຮັບການປິ່ນປົວມະເຮັງເມັດເລືອດຂາວ, ໂດຍຮັບຮູ້ສະເໝີວ່າ ການປິ່ນປົວແມ່ນປາສະຈາກຄວາມສ່ຽງບໍ່ໄດ້.

อาจเป็นรูปภาพของ 4 คน, ผู้คนกำลังยิ้ม, โรงพยาบาล และ ข้อความ

ເມື່ອຄົນເຈັບ ແລະ ຄອບຄົວຕັດສິນໃຈເຂົ້າສູ່ການປິ່ນປົວ ທາງທີມງານພະແນກພາຍໃນ ໂຮງໝໍມະໂຫສົດ ໂດຍການຊີ້ນຳຈາກອົງການຈັດຕັ້ງທຸກຂັ້ນ ກໍໄດ້ອຳນວຍຄວາມສະດວກ ແລະ ພາກັນສຸມທັງແຮງກາຍ ແລະ ແຮງໃຈປິ່ນປົວ ເຊີດຊູຄົນເຈັບຈົນໃນທີ່ສຸດກໍສາມາດພົ້ນຈາກຂັ້ນວິກິດໄດ້, ຖ້າໃຫ້ພ້ອມທຸກຢ່າງ ກໍຄົງຈະຍາກທີ່ຈະເລີ່ມຕົ້ນ ຖ້າບໍ່ຕັດສິນໃຈເລີ່ມຕົ້ນ ກໍຈະບໍ່ມີ 1 ແລະ 2 ຕາມມາ ”.

ຂ່າວ: ພະຍາດເລືອດ ມະໂຫສົດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...