Homeຂ່າວຕ່າງປະເທດລໍ້າໜ້າ! ຍີ່ປຸ່ນໃຊ້ແອັບພິເຄຊັນ ຊ່ວຍປະເມີນຄວາມເຈັບປວດເທິງໃບໜ້າແມວ ກ່ອນພາໄປຮັກສາ

ລໍ້າໜ້າ! ຍີ່ປຸ່ນໃຊ້ແອັບພິເຄຊັນ ຊ່ວຍປະເມີນຄວາມເຈັບປວດເທິງໃບໜ້າແມວ ກ່ອນພາໄປຮັກສາ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 14 ມິຖຸນາ 2024 ນີ້ວ່າ: ບັນດາຄົນຮັກແມວໃນເລີ່ມຫັນມາຍີ່ປຸ່ນໃຊ້ AI ປະເມີນສຸຂະພາບແມວ ເຊິ່ງມີຊື່ວ່າ: ແຄັດມີ (CatsMe!) ເຊິ່ງເປັນແອັບພີເຄຊັນທີ່ສາມາດປະເມີນໄດ້ວ່າແມວມີຄວາມຮູ້ສຶກເຈັບປ່ວຍ ຫຼື ບໍ່ ເຊິ່ງຊ່ວຍຫຼຸດການຄາດເດົາໄດ້ວ່າເມື່ອໃດເຈົ້າຂອງຈຳເປັນຕ້ອງພາແມວໄປພົບສັດຕະວະແພດ.

ທ່ານ ແຄໂລຈິ ນັກວິໄຈຈາກມະຫາວິທະຍາໄລນິຮອນ ຜູ້ພັດທະນາແອັບແຄັດມີ ໂດຍການຝຶກຫັດ AI ກັບຮູບພາບແມວຫຼາຍກວ່າ 6000 ຮູບ ແລະ ມີລູກຄ້າໃຊ້ງານຫຼາຍກວ່າ 230,000 ຄົນນັບຕັ້ງແຕ່ເປີດໂຕເມື່ອປີທີ່ແລ້ວ ນັກພັດທະນາໄດ້ກ່າວວ່າ: ແອັບພິີເຄຊັນດັ່ງກ່າວມີຄວາມແມ້ນຍຳຫຼາຍກວ່າ 95%.

ມາຍູກິ ຄິຕະກາຕະ ອາຍຸ 57 ປີ ເຈົ້າຂອງແມວທີ່ຊື່ວ່າ: ຊິ ເປັນຜູ້ໃຊ້ແອັບແຄັດມີ ໄດ້ກ່າວວ່່າ: ແມວຂອງລາວມີອາຍຸຫຼາຍເຊິ່ງສາມາດປ່ວຍເປັນພະຍາດ ຫຼື ໂຣກຕ່າງໆຫຼາຍຂຶ້ນ ແລະ ການທີ່ສາມາດເຂົ້າຮັບຄຳປຶກສາກັບສັດຕະວະແພດໄດ້ ຍັງຊ່ວຍໃຫ້ຫຼຸດຜ່ອນການທຽວໄປໂຮງໝໍ ດັ່ງນັ້ນຈຶ່ງເປັນສິ່ງສຳຄັນສຳລັບລາວ ແລະ ແມວ.

ແຫຼ່ງຂ່າວ: ຮອຍເຕີ

ບົດຄວາມຫຼ້າສຸດ

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ເລັ່ງແກ້ໄຂຫຼາຍບັນຫາ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ທ່ານ ນາຍົກລັດຖະມົນຕີ ລົງຕິດຕາມພື້ນທີ່ນໍ້າຖ້ວມ ແລະ ມອບການຊ່ວຍເຫຼືອປະຊາຊົນ ຢູ່ເມືອງຄົງເຊໂດນ.

ໃນຕອນບ່າຍ ວັນທີ 22 ສິງຫາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາເບິ່ງສະພາບພື້ນທີ່ນໍ້າຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ...