Homeຂ່າວພາຍ​ໃນເຕືອນໄພ ນັກທ່ອງທ່ຽວລັກເຄື່ອງທີ່ຫຼວງພະບາງ

ເຕືອນໄພ ນັກທ່ອງທ່ຽວລັກເຄື່ອງທີ່ຫຼວງພະບາງ

Published on

ຈາກການແບ່ງປັນເລື່ອງລາວຂອງຜູ້ນຳໃຊ້ເຟດບຸກທ່ານໜຶ່ງໄດ້ເຕືອນໄພ ກໍລະນີນັກທ່ອງທ່ຽວຕ່າງປະເທດລັກຕຸ້ມຫູ ແລະ ກະເປົາມູນຄ່າ 6 ລ້ານກີບ ທີ່ຫຼວງພະບາງ, ເຊິ່ງເນື້ອໃນໂພສໄດ້ລະບຸວ່າ: ?ເຕືອນໄພ ຝຣັ່ງລັກເຄື່ອງ!!! ວັນທີ 06/06/2024, ມີຝຣັ່ງຄູ່ຊາຍຍິງ ເຂົ້າມາຮ້ານເຮີເວີກສ ສາຂາ ຫຼວງພະບາງ, ຜູ້ຊາຍໄດ້ລັກຕຸ້ມຫູ ແລະ ກະເປົາມັ່ງມີ ລວມມູນຄ່າ 6 ລ້ານປາຍກີບ (ເທົ່າທີ່ກວດເຫັນໃນຕອນນີ້). ຈາກກ້ອງວົງຈອນແມ່ນສັງເກດເຫັນ ລາວເອົາຕຸ້ມຫູເຊື່ອງໃສ່ໃນມື, ແລະ ຍ່າງອ້ອມໄປຫຼັງຮ້ານ ສ່ອງເບິ່ງພະນັກງານເຮົາ ແລ້ວ ສອດມືມາຢິບເອົາກະເປົາ.ຈາກເບາະແສທີ່ໄດ້ຕອນນີ້ ຜູ້ຍິງທີ່ມານຳກັນແມ່ນຊື່ Aurea Monnard.ຕອນນີ້ພວກເຮົາໄດ້ແຈ້ງຄວາມໄວ້ແລ້ວຂໍໃຫ້ຊາວຄ້າຂາຍຫຼວງພະບາງລະວັງນຳກັນເດີ້!!!

อาจเป็นรูปภาพของ 1 คน และ โทรศัพท์

อาจเป็นรูปภาพของ 1 คน

ຂ່າວ: Douangmany Heuangkhamsene

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...