Homeຂ່າວຕ່າງປະເທດປາປົວນິວກີນິ ດິນຖະຫຼົ່ມຝັງຄົນທັງເປັນ 2000 ຄົນ

ປາປົວນິວກີນິ ດິນຖະຫຼົ່ມຝັງຄົນທັງເປັນ 2000 ຄົນ

Published on

ອີງຕາມສຳນັກຂ່າວເອເອັບພີລາຍງານໃນວັນທີ 27 ພຶດສະພາ 2024 ກ່ຽງວກັບຄວາມຄືບໜ້າສະຖານະການດິນຖະຫຼົ່ມຮຸນແຮງໃນປະເທດປາປົວນິວກີນີ ທາງການທ້ອງຖິ່ນລາຍງານແຈ້ງຍອດຊາວບ້ານຖືກຝັງທັງເປັນ 2000 ຄົນ ໃນວັນທີ 24 ພຶດສະພາທີ່ຜ່ານມາ ຢູ່ແຂວງ ເອນກ້າ ທາງຕອນເໜືອຂອງປະເທດ.

ຕາມການລາຍງານໝູ່ບ້ານຊົນນະບົດຫ່າງໄກແຫງນີ້ເຄີຍມີຜູ້ຄົນຫຼາຍມາອາໃສຢູ່ເກືອບຖືກຝັງທັງໝົດແບບບໍ່ເຫຼືອຮ່ອງຮອຍ ຫຼັງກ້ອນພູເຂົາມັງກາໂລຖະຫຼົົ່ມລົງມາໄດ້ຝັງເອົາເຮືອນຫຼາຍຫຼັງ ແລະ ຄົນທີ່ກຳລັງນອນຢູ່ໃນບ້ານ ສ້າງຄວາມເສຍຫາຍມະຫາສານ ລວມເຖິງສວນຜັກທີ່ເປັນແຫຼ່ງອາຫານ ລວມເຖິງຜົນກະທົບຢ່າງໜັກຕໍ່ເສດຖະກິດປະເທດ.

ຢ່າງໃດກໍຕາມລະດັບຄວາມເສຍຫາຍຂອງໄພພິບັດຕ້ອງໄດ້ລະດົມຄວາມຮ່ວມມືຈາກທຸກຝ່າຍທັນທີໂດຍທາງການຂອງປາປົວນິວກີນີໄດ້ຮຽກຮ້ອງໃຫ້ສະຫະປະຊາຊາດ ຫຼື ຍູເອັນ ແຈ້ງປະເທດຫຸ້ນສ່ວນເພື່ອການພັດທະນາຂອງປາປົວນິວກິນີ ແລະ ມິດລະຫວ່າງປະເທດອື່ນໆກ່ຽວກັບສະຖານະການທີ່ເກີດຂຶ້ນ ແລະ ຄວາມຊ່ວຍເຫຼືໄດ້ຮັບການປະສານງານຜ່ານສູນໄພພິບັດແຫ່ງຊາດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...