spot_img
Homeຂ່າວຕ່າງປະເທດຜົນກະທົບໜັກ! ສະຫະລັດຖືກພາຍຸທໍນາໂດພັດຖະຫຼົ່ມ ເສຍຊີວິດ 15 ຄົນ ອົບພະຍົບເກືອບ 125,000 ຄົນ

ຜົນກະທົບໜັກ! ສະຫະລັດຖືກພາຍຸທໍນາໂດພັດຖະຫຼົ່ມ ເສຍຊີວິດ 15 ຄົນ ອົບພະຍົບເກືອບ 125,000 ຄົນ

Published on

ອີງຕາມການລາຍງານຂອງສຳນັກຂ່າວ ບີບີຊີ ໃນວັນທີ 27 ພຶດສະພາ 2024 ກ່ຽວກັບຄວາມຄືບໜ້າສະຖານະການໄພພິບັດທາງທຳມະຊາດໃນ ສະຫະລັດອາເມລິກາ ຫຼັງຝົນຕົກໜັກ ແລະ ພາຍຸທໍນາໂດພັດຖະຫຼົ່ມໃນຊ່ວງວັນທີ 26 ພຶດສະພາ ທີ່ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 15 ຄົນ ບ້ານເຮືອນໄດ້ຮັບຄວາມເສຍຫາຍເປັນບໍລິເວນກວ້າງ ແລະ ປະຊາຊົນເກືອບ 500,000 ຄົນໄດ້ຮັບຜົນກະທົບຈາກໄຟຟ້າດັບ.

ທາງດ້ານຜູ່້ວ່າການໃນລັດເທັກຊັດກ່າວວ່າ: 1 ໃນ 3 ຂອງລັດຢູ່ພາຍໃຕ້ການປະກາດໄພພິບັດ ນອກຈາກນີ້ຍັງມີຟ້າຜ່າ, ຟ້າຮ້ອງ ແລະ ຝໃົນຕົກໜັກເປັນເຫດຕ້ອງໃຫ້ອົບພະຍົບປະຊາຊົນປະມານ 125,000 ຄົນທີ່ເດີນທາງມາຮ່ວມການແຂ່ງລົດປະຈຳປີອີກດ້ວຍ.

ແຫຼ່ງຂ່າວ: ບີບີຊີ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...