spot_img
Homeຂ່າວຕ່າງປະເທດພົນເອກ ໂຕເລີມ ຮັບຕຳແໜ່ງປະທານປະເທດຫວຽດນາມຄົນໃໝ່

ພົນເອກ ໂຕເລີມ ຮັບຕຳແໜ່ງປະທານປະເທດຫວຽດນາມຄົນໃໝ່

Published on

ຂ່າວສານຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນ 22 ພຶດສະພານີ້, ພາຍຫຼັງສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິເລືອກຕັ້ງປະທານປະເທດ, ທ່ານພົນເອກ ໂຕເລີມ ໄດ້ສາບານຕົວຂຶ້ນຮັບຕຳແໜ່ງເປັນປະທານປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄລຍະ 2021-2026 ຢ່າງເປັນທາງການ.

ຂ່າວລະບຸວ່າ: ໃນພິທີສາບານຕົວຮັບດຳລົງຕຳແໜ່ງ, ທ່ານພົນເອກ ໂຕເລີມ ກ່າວວ່າ: ພາຍໃຕ້ທຸງສີແດງອັນສັກສິດ ປະດັບດ້ວຍດາວສີເຫຼືອງຂອງປະເທດຊາດ, ຕໍ່ສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສາບານຕົວວ່າ: ຈະຈົງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ສູ້ຊົນເຮັດໃຫ້ສຳເລັດໜ້າທີ່ທີ່ພັກ, ລັດ ແລະ ປະຊາຊົນໄດ້ມອບໝາຍໃຫ້.

ກ່ອນໜ້ານີ້, ຕາມຜົນການນັບຄະແນນ, ມີຈຳນວນຜູ້ແທນທີ່ເຂົ້າຮ່ວມປ່ອນບັດເຫັນດີ 96,92%, ເທົ່າກັບ 97,13% ຂອງຈໍານວນຜູ້ແທນສະພາແຫ່ງຊາດທີ່ເຂົ້າຮ່ວມການເລືອກຕັ້ງເອົາ ທ່ານ ໂຕເລິມ ດຳລົງຕຳແໜ່ງປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...