spot_img
Homeຂ່າວຕ່າງປະເທດສຸດຊັອກ! ພົບປິງຍາວ 6 ເຊັນຕິດໃນຮູຄໍ

ສຸດຊັອກ! ພົບປິງຍາວ 6 ເຊັນຕິດໃນຮູຄໍ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຊາຍຄົນໜຶ່ງມີອາການອອກຮ້ອນໃນຮູຄໍ, ສຽງແຫບ, ບາງຄັ້ງກໍມີອາການໄອອອກມາເປັນເລືອດ, ແຕ່ກໍຄິດວ່າຕົນເອງບໍ່ໄດ້ເປັນຫຍັງ, ຈົນມາຮູ້ສຶກວ່າມີຫຍັງບາງຢ່າງເໜັງໄປມາໃນຮູຄໍ.ຫຼັງຈາກນັ້ນລາວໄດ້ສ່ອງກະຈົກເບິ່ງ ສັງເກດເຫັນວ່າມີກ້ອນສີນໍ້າຕານຕິດຢູ່ໃນຮູຄໍ ແລະ ຮີບໄປກວດຢູ່ໂຮງໝໍທັນທີ.ພາຍຫຼັງທີ່ໝໍໄດ້ທຳການກວດພົບວ່າໃນຮູຄໍຂອງຊາຍຄົນດັ່ງກ່າວມີປິງຍາວຂະໜາດ 6 ເຊັນ ຢູ່ໃກ້ກັບຫຼອດລົມ ແລະ ໄດ້ທຳການວາງຢາສະຫຼົບ, ພ້ອມດຶງປິງອອກມາ.

 

ຈາກກໍລະນີດັ່ງກ່າວ, ແພດຍັງໄດ້ກ່າວຕື່ມອີກວ່າ: ປິງ ເປັນສິ່ງທີ່ມີຊີວິດທີ່ສາມາດເຂົ້າສູ່ນ່າງກາຍມະນຸດໄດ້, ເນື່ອງຈາກຂາດການຮັກສາສຸຂະອະນາໄມທີ່ເໝາະສົມ, ໃນກໍລະນີຂອງຊາຍຄົນດັ່ງກ່າວ ແມ່ນລາວໄດ້ຮັບບາດເຈັບຈາກກັບດັກໜູ ແລ້ວນຳເອົາໃບພືດສະໝຸນໄພມາຫຍໍ້າໂດຍທີ່ບໍ່ໄດ້ລ້າງ, ຈຶ່ງພາໃຫ້ປິງຂະໜາດໂຕນ້ອຍໆເຂົ້າໄປຢູ່ໃນຮູຄໍ ແລະ ດູດເລືອດຊາຍຄົນດັ່ງກ່າວຈົນໂຕໃຫຍ່, ເພື່ອເປັນການຫຼີກລ່ຽງເຫດການນີ້, ແນະນຳໃຫ້ປະຊາຊົນບໍ່ດື່ມນໍ້າໃນແຫຼ່ງນໍ້າທີ່ບໍ່ສະອາດ ແລະ ກິນສະໝຸນໄພສົດໆໃນປ່າ.

ຂ່າວ: Oodditycentral

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...