spot_img
Homeຂ່າວພາຍ​ໃນປັບປຸງ ແລະ ສ້ອມແປງທາງ 13 ເໜືອ ໄລຍະແຕ່ສີໄຄ-ສີເກີດ

ປັບປຸງ ແລະ ສ້ອມແປງທາງ 13 ເໜືອ ໄລຍະແຕ່ສີໄຄ-ສີເກີດ

Published on

ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ບໍລິສັດຮັບເໝົາປັບປຸງ ແລະ ສ້ອມແປງທາງ 13 ເໜືອ ໄລຍະແຕ່ສີໄຄ-ສີເກີດ ມີຄວາມຍາວ 6 ກິໂລແມັດ ໄດ້ຢືນຢັນວ່າ ໂຄງການດັ່ງກ່າວ, ຈະສໍາເລັດຕາມແຜນການທີ່ວາງໄວ້ຕືໃນເດືອນມີນາ 2025, ພ້ອມທັງຮັບປະກັນຄຸນນະພາບ. ປັດຈຸບັນ, ກໍາລັງສຸ່ມໃສ່ວຽກລະບົບລະບາຍນໍ້າ, ຈາກນັ້ນຈະສືບຕໍ່ຈົກຄອງລະບາຍ ນໍ້າ ເພື່ອບໍ່ໃຫ້ມີນໍ້າອັ່ງອໍໃນລະດູຝົນທີ່ຈະມາເຖິງ, ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສຸມໃສ່ວຽກ ຍົກຍ້າຍສິ່ງກີດຂວາງໃຫ້ສໍາເລັດ ເພື່ອສະດວກໃນການກໍ່ສ້າງ.

ທ່ານ ລັດສະໝີ ອະລິຍະວົງສິງ ຮອງຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ເໜືອ ໄລຍະສີໄຄ-ສີເກີດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດ ທີ່ທ່ານເຈົ້າເມືອງນາຊາຍທອງ, ເມືອງສີໂຄດຕະບອງ ແລະ ຫົວໜ້າພະແນກ ຍທຂ ນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໂຄງການດັ່ງກ່າວ ວັນທີ 23 ກຸມພາ 2024 ວ່າ: ໂຄງການ ປັບປຸງ ແລະ ສ້ອມແປງທາງ 13 ເໜືອ ໄດ້ຮັບທຶນຈາກທະນາຄານໂລກ, ທະນາຄານການລົງທຶນໂຄງລ່າງອາຊີ, ກອງ ທຶນນໍດິກ ເພື່ອການພັດທະນາ ແລະ ທຶນສົມທົບຈາກລັດຖະບານລາວ ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ໂດຍມີ ບໍລິສັດ Dongsung KEC ແລະ Dasan ຈາກ ສ ເກົາຫລີ ຮ່ວມກັບ Lao Consulting Group ຈາກ ສປປ ລາວ ເປັນທີ່ປຶກສາຄຸມງານ ແລະ ຕິດຕາມການກໍ່ສ້າງ, ໄລຍະກໍ່ສ້າງ 1,5 ປີ (1 ຕຸລາ 2023-31 ມີນາ 2025), ໄລຍະບູລະນະຮັກສາ-ສ້ອມແປງ 3 ປີ (1 ເມສາ 2025-31 ມີນາ 2028) ມູນຄ່າສັນຍາ 10,29 ລ້ານໂດລາສະຫະລັດ. ສໍາລັບ ວຽກປັບປຸງ-ສ້ອມແປງສຸກເສີນ ແລະ ວຽກເພີ່ມຖ້າມີໃນໄລຍະກໍ່ສ້າງ ແມ່ນນໍາໃຊ້ເງິນຂອງທະນາຄານໂລກ ແລະ ທະນາຄານການລົງທຶນໂຄງລ່າງອາຊີ; ວຽກໄກ່ເກ່ຍສິ່ງກີດຂວາງກັບປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ແລະ ວຽກຍົກຍ້າຍສາທາລະນຸປະໂພກ ແມ່ນນໍາໃຊ້ເງິນຂອງ ກອງທຶນນໍດິກເພື່ອການພັດທະນາ ແລະ ທຶນສົມທົບຂອງ ລັດຖະບານລາວ; ວຽກບູລະນະຮັກສາ-ສ້ອມແປງ ຫລັງຈາກສໍາເລັດການກໍ່ສ້າງ ແມ່ນນໍາໃຊ້ເງິນຂອງລັດຖະບານ ລາວ.

ສຳລັບ ການກໍ່ສ້າງໄດ້ແບ່ງປັນ 3 ຕອນຍ່ອຍ, ຕອນລະ 2 ກິໂລແມັດ, ມາຮອດເດືອນກຸມພາ 2024 ການ ຈັດຕັ້ງປະຕິບັດໂຄງການ ມີຄືບໜ້າ 5,18%, ຫຼຸດແຜນການ 12,07% ໂດຍວຽກໄກ່ເກ່ຍສິ່ງກີດຂວາງ ໄດ້ເບີກ ຈ່າຍແລ້ວ 560 ຄອບຄົວ ເທົ່າກັບ 95% ຂອງຄອບຄົວທັງໝົດ ແລະ ກໍາລັງດໍາເນີນການເບີກຈ່າຍ 30 ຄອບຄົວ ວຽກຍົກຍ້າຍລະບົບສາທານຸປະໂພກ ເຊັ່ນ: ໄຟຟ້າ ໄດ້ເຊັນສັນຍາແລ້ວ ແລະ ຢູ່ໃນໄລຍະດໍາເນີນງານ; ນໍ້າປະປາ ສາຍໄຍແກ້ວ, ກ້ອງວົງຈອນປິດ, ສາຍເຄເບິນໂທລະທັດ, ສາຍໂທລະສັບ ແມ່ນກໍາລັງກຽມເຊັນສັນຍາ.

ທ່ານ ໂພທິສັກ ເພຍໄຊວົງສັກ ຜູ້ຈັດການການກໍ່ສ້າງກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ພວກເຮົາກໍາລັງເລັ່ງປະຕິບັດການກໍ່ສ້າງ ໂດຍສະເພາະວຽກລະບົບລະບາຍນໍ້າ ໃຫ້ສໍາເລັດທ້າຍເດືອນພຶດສະພາ 2024 ເຊິ່ງວຽກງານຮີບດ່ວນແມ່ນການຈົກຄອງລະບາຍນໍ້າ 9-10 ຈຸດ ໃຫ້ສາມາດລະບາຍອອກ ເພື່ອບໍ່ໃຫ້ ມີນໍ້າ ອັ່ງອໍໃນລະດູຝົນທີ່ຈະມາເຖິງ. ສ່ວນວຽກຍົກຍ້າຍສິ່ງກີດຂວາງ ເຊັ່ນ: ຍົກຍ້າຍເສົາໄຟຟ້າ, ນໍ້າປະປາ, ສາຍໂທລະສັບ ແລະ ອື່ນໆ ແມ່ນກໍາລັງປະສານກັບໜ່ວຍງານທີ່ຮັບຜິດຊອບ ເພື່ອສະດວກໃນການກໍ່ສ້າງ.

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...