spot_img
Homeຂ່າວພາຍ​ໃນຫົວພັນ ທົດລອງເປີດໃຫ້ບໍລິການລົດຂົນສົ່ງສາທາລະນະ

ຫົວພັນ ທົດລອງເປີດໃຫ້ບໍລິການລົດຂົນສົ່ງສາທາລະນະ

Published on

ທ່ານ ດາວອນ ວົງລໍຄຳ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຫົວພັນ ໄດ້ລາຍງານຕໍ່ຂ່າວຫົວພັນໃນວັນທີ 21 ກຸມພາທີ່ຜ່ານມາວ່າ: ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫົວພັນໄດ້ອະນຸມັດໃຫ້ ບໍລິສັດ ອິນຊີຮຸ່ງເຮື່ອງ ຂົນສົ່ງຄົບວົງຈອນພາຍໃນ ແລະ ຕ່າງປະເທດທົດລອງເປີດການແລ່ນລົດຂົນສົ່ງສາທາລະນະຕາມເສັ້ນທາງຢູ່ເທດສະບານເມືອງຊໍາເໜືອ, ແຕ່ສະຖານີຂົນສົ່ງໂດຍສານແຂວງຫົວພັນ ( ພູທະນູ ) ລົງມາຮອດຈຸດປໍ້ານໍ້າມັນນາສະກາງ ( ປໍ້ານໍ້າມັນອຸນລາວັນ ) ລ້ຽວຂວາຕາມເສັ້ນທາງຕັດໃໝ່ຜ່ານບ້ານມີສຸກ-ນາວຽງ-ນາໜອງບົວ-ບ້ານນາທອງ ( ປ້ອມຍາມຕໍາຫຼວດຈະລາຈອນ), ລ້ຽວກັບມາຜ່ານເສັ້ນທາງເລກ 6 ຫາໜ່ວຍແກ້ວ, ຜ່ານຖະໜົນຜາຖີ່ໄປຫາສີ່ແຍກໜອງຄ້າງແລ້ວລ້ຽວກັບມາທາງໂຮງຮຽນ SOS, ຜ່ານພະແນກກະສິກຳຫາສີ່ແຍກໄຟແດງ ຮອດໜ່ວຍແກ້ວແລ້ວກັບຄືນຕາມເສັ້ນທາງເລກ 6 ຫາ 3 ແຍກປ້ອມຕໍາຫຼວດນາທອງຜ່ານເສັ້ນທາງຕັດໃໝ່ກັບຄືນສະຖານີຂົນສົ່ງໂດຍສານພູທະນູ.

May be an image of 16 people and ambulance

ການບໍລິການແມ່ນບໍ່ເສຍຄ່າເປັນເວລາ 3 ເດືອນ, ເຊິ່ງເລີ່ມເປີດບໍລິການນັບແຕ່ວັນທີ 21 ກຸມພາ 2024 ເປັນຕົ້ນໄປ, ເຊິ່ງລົດຈະແລ່ນອອກຈາກສະຖານີຂົນສົ່ງໂດຍສານໃນທຸກໆ 2 ຊົ່ວໂມງຄື: ເລີ່ມແຕ່ 7:00 – 18:00 ໂມງ ຂອງວັນຈັນ-ສຸກ. ລົດດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼຶອຈາກບໍລິສັດບູຢອງລາວຈຳກັດ, ລັກສະນະຂອງລົດເປັນລົດຕູ້ນ້ອຍ 14 ບ່ອນນັ່ງ, ສີຂຽວອ່ອນ ແລະ ມີສະຕິກເກີຕິດຢູ່ດ້ານຂ້າງຂອງລົດມີຂໍ້ມູນລະບຸວ່າ: ລົດຂົນສົ່ງສາທາລະນະ. ຜູ້ທີ່ມີຈຸດປະສົງຈະເດີນທາງດ້ວຍລົດຂົນສົ່ສາທາລະນະແມ່ນສາມາດໂບກມືລັດເພື່ອຂື້ນລົດໄດ້ທຸກໆຈຸດຕາມສາຍທາງທີ່ພາຫະນະແລ່ນຜ່ານ.

May be an image of 7 people and trolley

ທັງນີ້ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ນັກຮຽນ, ນັກສຶກສາ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ, ປະຊາຊົນ, ນັກທຸລະກິດ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ເພື່ອຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວ ແລະ ຫຼຸດຜ່ອນຄວາມແອອັດຂອງການສັນຈອນໃນຕົວເມືອງຊໍາເໜືອ.

ຂ່າວ-ພາບ: ນິດຖະໜອມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...