Homeຂ່າວພາຍ​ໃນເຈົ້າແຂວງຄຳມ່ວນ ລົງຕິດຕາມເສັ້ນທາງໃນເທສະບານເມືອງທ່າແຂກ

ເຈົ້າແຂວງຄຳມ່ວນ ລົງຕິດຕາມເສັ້ນທາງໃນເທສະບານເມືອງທ່າແຂກ

Published on

ວັນທີ 16 ກຸມພາ ທີ່ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ພ້ອມດ້ວຍບັນດາພະແນກການ, ພາກສ່ວນທີ່ກ່ຽວຂ້ອງໄດ້ລົງຕິດຕາມ ເສັ້ນທາງຊອຍບ້ານໂພນສະໜາມ, ເມືອງທ່າແຂກ ເພື່ອປັບປຸງກໍ່ສ້າງເປັນທາງປູຢາງ 2 ຊັ້ນ.

May be an image of 3 people

ໃນປີ 2022 ທາງການນໍາແຂວງຄໍາມ່ວນ ໄດ້ອະນຸມັດໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ສໍາຫຼວດເສັ້ນທາງຫຼັກ ແລະ ເສັ້ນທາງຊອຍພາຍໃນເທສະບານເມືອງທ່າແຂກ ເຊິ່ງມີທັງໝົດຈຳນວນ 10 ເສັ້ນ.

May be an image of 6 peopleໃນນັ້ນ ປີ 2023 ແມ່ນໄດ້ອະນຸມັດໃຫ້ກໍ່ສ້າງແລ້ວຈຳນວນ 02 ເສັ້ນ, ໂດຍສືບຕໍ່ແຜນງານດັ່ງກ່າວໃນປີ 2024 ນີ້ ການນຳຂອງແຂວງກໍ່ໄດ້ອະນຸມັດການປັບປຸງກໍ່ສ້າງເສັ້ນທາງຊອຍ ບ້ານໂພນສະໜາມ, ເມືອງທ່າແຂກ, ເຊິ່ງເປັນທາງປູຢາງ 2 ຊັ້ນ, ມີຄວາມຍາວ 1.200 ແມັດ, ໜ້າທາງກວ້າງ 5 ແມັດ, ເຊິ່ງຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນໄວໆນີ້ ແລະ ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງກ່ອນບຸນປີໃໝ່ລາວ ພສ 2567 ທີ່ຈະມາເຖິງນີ້.

ຂ່າວ: Khammouane News

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...