Homeຂ່າວຕ່າງປະເທດລົດພຸ່ງຕໍາຫ້ອງສຸກເສີນໃນໂຮງໝໍທີ່ອາເມຣິກາ

ລົດພຸ່ງຕໍາຫ້ອງສຸກເສີນໃນໂຮງໝໍທີ່ອາເມຣິກາ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອບໍ່ດົນມານີ້ເກີດເຫດລົດພຸ່ງຕໍາກຳແພງທະລຸມາໃສ່ຫ້ອງສຸກເສີນ ຂອງໂຮງໝໍແຫ່ງໜຶ່ງໃນລັດເທັກຊັດ, ປະເທດອາເມຣິກາ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບ 5 ຄົນ, ພາຍຫຼັງເກີດເຫດການເຈົ້າໜ້າທີ່ແພດໄດ້ທຳການດຶງຕົວຄົນຂັບອອກຈາກລົດ ແລະທຳການປະຖົມພະຍາບານເພື່ອກູ້ຊີບຊ່ວຍຊີວິດ, ແຕ່ກໍບໍ່ສາມາດຊ່ວຍຊີວິດຄົນຂັບໄວ້ໄດ້. ນອກນີ້, ໜຶ່ງໃນຜູ້ໄດ້ຮັບບາດເຈັບແມ່ນເປັນເດັກນ້ອຍ 1 ຄົນ, ເຊິ່ງເປັນຜູ້ປ່ວຍມາເຂົ້າຮັບການຮັກສາໃນໂຮງໝໍດັ່ງກ່າວ, ແລະ ຍັງມີຜູ້ໃຫຍ່ອີກ 2 ຄົນ ແລະ ເດັກນ້ອຍອີກ 2 ຄົນ ທີ່ໄດ້ຮັບບາດເຈັບໜັກຕ້ອງຖືກສົ່ງໄປຮັກສາຕົວທີ່ໂຮງໝໍອື່ນ, ເນື່ອງຈາກໂຮງໝໍດັ່ງກ່າວໄດ້ຮັບຄວາມເສຍຫາຍຈາກອຸບັດຕິເຫດຄັ້ງນີ້.

ສຳລັບສາເຫດທີ່ພາໃຫ້ອຸບັດຕິເຫດໃນຄັ້ງນີ້ເກີດຂຶ້ນ, ເຈົ້າໜ້າທີ່ຍັງຢູ່ໃນລະຫວ່າງການສືບສວນສອບສວນ ຈຶ່ງຍັງບໍ່ໄດ້ມີການເປີດເຜີຍສາເຫດແນ່ຊັດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...