spot_img
Homeຂ່າວກິລາແຂວງສາລະວັນ ພ້ອມແລ້ວ ຈະເປັນເຈົ້າພາບທີ່ດີ ຈັດງານກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທ້າຍປີ 2024

ແຂວງສາລະວັນ ພ້ອມແລ້ວ ຈະເປັນເຈົ້າພາບທີ່ດີ ຈັດງານກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທ້າຍປີ 2024

Published on

ແຂວງສາລະວັນ ພ້ອມແລ້ວຈະເປັນເຈົ້າພາບ ຈັດງານມະຫາກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ລະຫວ່າງວັນທີ 13-22 ທັນວາ 2024 ພ້ອມກໍານົດໃຫ້ມີການຊີງໄຊທັງໝົດ 134 ລາຍການ, ໃນນັ້ນ ມີ 396 ຫຼຽນຄຳ, 396 ຫຼຽນເງິນ ແລະ 526 ຫຼຽນທອງ, ລວມທັງໝົດ 1.318 ຫຼຽນ ພ້ອມທັງກຳນົດເອົາ ຫໍໄຕ ເປັນໂລໂກ ແລະ ໂຕ ຊ້າງ ເປັນສັດນຳໂຊກ.

ພິທີຖະແຫຼງຂ່າວການກຽມຄວາມພ້ອມເປັນເຈົ້າພາບ ຈັດງານມະຫາກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງ ສາລະວັນ ໃນວັນທີ 14 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມວິທະຍາໄລຄູສາລະວັນ ໂດຍທ່ານ ປອ. ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເຈົ້າແຂວງສາລະວັນ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້ແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາຫົວໜ້າກົມ – ຮອງຫົວໜ້າທີ່ກ່ຽວຂ້ອງ, ຫົວໜ້າພະແນກ – ຮອງພະແນກ, ບັນດາຄະນະຮັບຜິດຊອບ ຕະຫຼອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ປອ. ດາວວົງ ພອນແກ້ວ ກ່າວວ່າ: ງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ແມ່ນເລີ່ມ ຈັດການແຂ່ງຂັນ ຄັ້ງທີ I ໃນປີ 1999 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ເປັນຕົ້ນມາ ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ເຫັນໄດ້ຄວາມໝາຍຄວາມສຳຄັນ ຈຶ່ງໄດ້ກຳນົດນະໂຍບາຍ ໃນການສົ່ງເສີມຂະບວນການແຂ່ງຂັນກິລາຂອງນັກຮຽນມັດທະຍົມສຶກສາ ຢູ່ພາຍໃນສະຖານການສຶກສາທຸກຊັ້ນ, ທຸກສາຍ ທັງພາກລັດ ແລະ ເອກະຊົນ ຕາມ 5 ຫຼັກມູນຂອງການສຶກສາ ແນ່ໃສ່ສົ່ງເສີມການຮັກສາສຸຂະພາບ ແລະ ຕິດພັນກັບການສະກັດກັ້ນບັນຫາຢາເສບຕິດໃນສະຖານການສຶກສາ ຜັນຂະຫຍາຍໄປສູ່ບັນດາແຂວງເມືອງ ແລະ ກຸ່ມໂຮງຮຽນ, ໂຮງຮຽນ ໃຫ້ມີຂະບວນການຈັດງານແຂ່ງຂັນກິລາປະຈຳປີ ຢ່າງເປັນປົກກະຕິ. ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ທີ່ມີເງື່ອນໄຂ ກໍໄດ້ຜັດປ່ຽນກັນເປັນເຈົ້າພາບ ຈັດການແຂ່ງຂັນກິລານັກຮຽນມັດທະຍົມສຶກສາ ປະຈຳປີຂື້ນ ເພື່ອຄວາມສາມັກຄີ, ເພື່ອຮັກສາສຸຂະພາບ, ເພື່ອການຄັດເລືອກນັກກິລາຂອງຕົນເອງ ທີ່ມີພອນສະຫວັນ, ເປັນນັກກິລາລຸ້ນສືບທອດໃຫ້ທີມຊາດໃນອະນາຄົດ.

ພາຍຫຼັງສຳເລັດການຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VI ປີ 2017 ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ, ລັດຖະບານ ໄດ້ມອບໝາຍໃຫ້ແຂວງສາລະວັນ ຮັບເອົາທຸງກິລານັກຮຽນ ເພື່ອສືບຕໍ່ເປັນເຈົ້າພາບໃນການຈັດການແຂ່ງຂັນ ຄັ້ງທີ VII ໃນປີ 2020. ແຕ່ອິງໃສ່ສະພາບການກໍ່ສ້າງສະໜາມພິທີເປີດ-ປິດ ຕິດພັນກັບງົບປະມານຮັບໃຊ້, ການປັບປຸງສະໜາມແຂ່ງຂັນກິລາບາງປະເພດ ບວກກັບການລະບາດຂອງພະຍາດໂຄວິດ-19 ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຈຶ່ງເຮັດໃຫ້ບໍ່ສາມາດຈັດການແຂ່ງຂັນໄດ້ຕາມແຜນການທີ່ກຳນົດໄວ້. ແຕ່ເຖິງແນວໃດກໍ່ຕາມ ຍ້ອນຄວາມເອົາໃຈໃສ່, ຄວາມຕັດສິນໃຈສູງຂອງອຳນາດການປົກຄອງແຂວງ ຈຶ່ງສືບຕໍ່ສະເໜີລັດຖະບານ ເພື່ອພິຈາລະນາ ຂໍຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໃນທ້າຍປີ 2024 (ກົງກັບວັນທີ 13-22 ທັນວາ) ແລະ ແຂວງພວກເຮົາ ກໍໄດ້ມີການປະສານສົມທົບກັບກະຊວງສຶກສາທິການ ແລະ ກິລາ ໄດ້ມີການກະກຽມຄວາມພ້ອມ ທາງດ້ານນິຕິກຳ, ພື້ນຖານໂຄງລ່າງສະໜາມ ພິທີເປີດ-ປິດ, ກຳນົດສະໜາມແຂ່ງຂັນກິລາປະເພດຕ່າງໆ, ກຳນົດສະຖານທີ່ພັກເຊົາຂອງຄະນະນຳ, ຄູຝຶກ ແລະ ນັກກິລາ.

ທ່ານ ປອ. ດາວວົງ ພອນແກ້ວ ກ່າວຕື່ມອີກວ່າ: ອິງຕາມມະຕິກອງປະຊຸມຂອງຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ທີ່ຈັດຂື້ນໃນວັນທີ 15 ພະຈິກ 2023 ໄດ້ມີການປຶກສາຫາລື ແລະ ຕົກລົງຮັບຮອງເອົາຫຼາຍວຽກງານທີ່ເປັນຫົວໃຈສຳຄັນຂອງງານເປັນຕົ້ນ: ຮັບຮອງ ແລະ ສຳເລັດການປະກອບບຸກຄະລາກອນ ເຂົ້າໃນອະນຸກຳມະການຝ່າຍຕ່າງໆ ຈຳນວນ 35 ອະນຸກຳມະການ; ຮັບຮອງເອົາການກຳນົດວັນທີ 13 ທັນວາ 2024 ເປັນມື້ເປີດງານຢ່າງເປັນທາງການ ແລະ ວັນທີ 22 ທັນວາ 2024 ເປັນມື້ປິດງານຢ່າງເປັນທາງການ, ຮັບຮອງເອົາ ການກຳນົດເອົາ ຫໍໄຕ ເປັນໂລໂກ ແລະ ໂຕຊ້າງ ເປັນສັດນຳໂຊກ ຂອງງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII; ຮັບຮອງເອົາແຜນການເຄື່ອນໄຫວວຽກງານລວມ ຂອງການຈັດງານແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VII; ສຳເລັດການຄົ້ນຄວ້າ ກ່ຽວກັບຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງງົບປະມານ ຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ ແຂວງ ສາລະວັນ; ສຳເລັດການຄົ້ນຄວ້າໂດຍພື້ນຖານ ໃນການຈັດສັນງົບປະມານຮັບໃຊ້ຈຳນວນ 30 ຕື້ກີບໃຫ້ 10 ກຳມະການ; ກະກຽມອອກໜັງສືແຈ້ງການເຊີນ ບັນດາແຂວງ, ນະຄອນຫຼວງເຂົ້າຮ່ວມການແຂ່ງຂັນ ແລະ ກຳນົດເອົາ 12 ປະເພດກິລາຈັດເຂົ້າໃນການແຂ່ງຂັນ ປະກອບມີ: ກິລາ ແລ່ນ-ລານ,ບານເຕະ, ບານສົ່ງ ໃນຮົ່ມ/ຫາດຊາຍ, ບານບ້ວງ, ກະຕໍ້, ປິງປ໋ອງ, ດອກປີກໄກ່, ເປຕັງ , ໝາກແລ້, ໜ້າເກັກ, ໝາກເສິກ ແລະ ເທັຄວັນໂດ ທັງ 12 ປະເພດແມ່ນແຂ່ຂັນທັງປະເພດຊາຍ-ຍິງ.

ນອກຈາກນີ້ ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຈັດຂຶ້ນທຸກໆ 3 ປີ ນັບແຕ່ປີ 1999 ມາເຖິງປີ 2017 ລວມທັງໝົດ 6 ຄັ້ງ ໂດຍບັນດາແຂວງ ທີ່ມີເງື່ອນໄຂຄວາມພ້ອມທາງດ້ານພື້ນຖານໂຄງລ່າງສະໜາມກິລາ ແລະ ມີສິ່ງອຳນວຍຄວາມສະດວກເພື່ອຮອງຮັບການຈັດການແຂ່ງຂັນ ໄດ້ພັດປ່ຽນກັນເປັນເຈົ້າພາບ ສຳລັບຄັ້ງທີ I ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ຈັດຂື້ນໃນວັນທີ 05-07 ຕຸລາ 1999; ຄັ້ງທີ II ແຂວງຄຳມ່ວນ ເປັນເຈົ້າພາບ, ຈັດຂື້ນໃນວັນທີ 02-10 ກຸມພາ 2002; ຄັ້ງທີ III ແຂວງ ຫລວງພະບາງເປັນເຈົ້າພາບ, ຈັດຂື້ນໃນວັນທີ 10-18 ມີນາ 2007; ຄັ້ງທີ IV ແຂວງ ສະຫວັນນະເຂດເປັນເຈົ້າພາບ, ຈັດຂື້ນໃນວັນທີ 01-09 ເມສາ 2011; ຄັ້ງທີ V ແຂວງຈຳປາສັກ ເປັນເຈົ້າພາບ, ຈັດຂື້ນໃນວັນທີ 13-22 ກຸມພາ 2014 ແລະ ຄັ້ງທີ VI ແຂວງບໍລິຄຳໄຊ ເປັນເຈົ້າພາບ, ຈັດຂື້ນໃນວັນທີ 01-09 ກຸມພາ 2017.

ຂ່າວໂດຍ: ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...