spot_img
Homeຂ່າວຢາເສບຕິດທຳລາຍສວນຝິ່ນທີປະຊາຊົນລັກປູກ ເນື້ອທີ່ 2.590 ຕາແມັດ.

ທຳລາຍສວນຝິ່ນທີປະຊາຊົນລັກປູກ ເນື້ອທີ່ 2.590 ຕາແມັດ.

Published on

ໃນລະຫວ່າງວັນທີ 30-31 ມັງກອນ 2024 ຜ່ານມາ, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຫຼວງນ້ຳທາ ສົມທົບກັບ 2 ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເມືອງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງລົງທຳລາຍສວນຢາຝິ່ນ ທີ່ປະຊາຊົນລັກລອບປູກ ຢູ່ເຂດບ້ານນ້ຳຂຸ້ນ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ຈຳນວນ 5 ຕອນ ມີເນື້ອທີ່ປະມານ 2.590 ຕາແມັດ.

ພາຍຫຼັງທຳລາຍແລ້ວ ກໍໄດ້ເຮັດບົດບັນທຶກຕໍ່ເຈົ້າຂອງສວນ ພ້ອມທັງສຶກສາອົບຮົມກ່າວເຕືອນ ແລະ ຊີ້ແຈງຜົນຮ້າຍຄວາມອັນຕະລາຍຂອງຢາຝິ່ນ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິງ ຢາຝິ່ນເປັນສານກະຕຸ້ນທີ່ອອກລິດຢ່າງຮຸນແຮງຕໍ່ລະບົບປະສາດເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດ ປະເພດຢາບ້າ ເຣໂລອິນ ແລະ ເປັນສ່ວນປະສົມໃນການຜະລິດສານເສບຕິດປະເພດອື່ນໆ ທີ່ຜິດຕໍ່ລະບຽບກົດໝາຍ ແລະ ຕ້ອງຫ້າມໃນ ສປປ ລາວ.

ຢາຝິ່ນເປັນບັນຫາຕົ້ນຕໍໂດຍກົງທາງດ້ານສຸຂະພາບຮ່າງກາຍ ແລະ ພາໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ຂີ້ລັກງັດແງະ ປຸ້ນຈີ້, ຊິງຊັບ, ລັກຊັບ, ຄາຕະກຳ ເຊິ່ງມັນໄດ້ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ສ້າງຄວາມບໍ່ສະຫງົບໃຫ້ກັບສັງຄົມ ດັ່ງນັ້ນຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ ຊ່ວຍເປັນຫູເປັນຕາໃຫ້ກັບເຈົ້າໜ້າທີ່ ຫາກພົບເຫັນ ລັກລອບປູກ ຄ້າຂາຍ ຂົນສົ່ງຢາຝິ່ນ ຫຼື ຢາເສບຕິດປະເພດອື່ນໆ ທີ່ແຕະຕ້ອງເຖິງລະບຽບກົດໝາຍ ໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ເພື່ອແກ້ໄຂໃຫ້ທັນເວລາ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງຈາກສັງຄົມໄປເທື່ອລະກ້າວ.

ແຫຼ່ງຂ່າວ: ປກສ ແຂວງຫຼວງນ້ຳທາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...