Homeຂ່າວພາຍ​ໃນເມືອງປາກງື່ມຈັດງານຕະຫຼາດນັດປະຈໍາປີ 2024

ເມືອງປາກງື່ມຈັດງານຕະຫຼາດນັດປະຈໍາປີ 2024

Published on

ພິ​ທີ​ເປີດ​ງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ກະສິກຳ ຫັດຖະກຳ ອຸດສາຫະກຳ ໜຶ່ງບ້ານ ໜຶ່ງຜະລິດຕະພັນ ຄັ້ງທີ XIII ປະຈຳປີ 2024 ຂອງເມືອງປາກງື່ມໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 7 ກຸມ​ພາທີ່ຜ່ານມາ, ທີ່ເດີ່ນໂຮງຮຽນປະຖົມບ້ານພ້າວ, ໂດຍມີທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ, ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມ ສະຫງົບນະຄອນຫຼວງວຽງຈັນ, ຊາວຄ້າຂາຍ ແລະ ຄອບຄົວຕົວແບບບ້ານການຜະລິດພາຍໃນເມືອງເຂົ້າຮ່ວມ.

May be an image of 6 people and text

ທ່ານ ຄໍາໝູນ ຕຽງທະລາດ ໃຫ້ສໍາພາດວ່າ: ຈຸດປະສົງການຈັດງານໃນຄັ້ງນີ້ເພື່ອກະຕຸກຊຸກຍູ້ຫົວໜ່ວຍທຸລະກິດການຜະລິດເປັນສິນຄ້າຢູ່ພາຍໃນໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ເຂັ້ມແຂງ ແລະ ຢືນຍົງ ຕາມນະໂຍບາຍໜຶ່ງບ້ານໃຫ້ມີໜຶ່ງຜະລິດຕະພັນ ແລະ ໜຶ່ງເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ, ທັງເປັນການເປີດໂອກາດ ແລະ ສົ່ງເສີມໃຫ້ຜູ້ຜະລິດ, ຜູ້ປະກອບການ ແລະ ຄອບຄົວຕົວແບບດ້ານຕ່າງໆນໍາເອົາຜະລິດຕະພັນ ແລະ ສິນຄ້າຂອງຕົນເອງມາວາງໂຄສະນາ ແລະ ຈຳໜ່າຍເຮັດໃຫ້ສັງຄົມໄດ້ຮູ້ໄດ້ເຫັນ ແລະ ມີຄວາມສົນໃຈຕໍ່ສິນຄ້າ, ເຮັດໃຫ້ຜູ້ຜະລິດ ແລະ ຜູ້ຊົມໃຊ້ສາມາດເຂົ້າເຖິງກັນ ແລະ ຫັນມາຊົມໃຊ້ຜະລິດຕະພັນຢູ່ພາຍໃນໃຫ້ຫຼາຍຂຶ້ນ.

May be an image of 2 people, knife and text

ນອກນີ້, ທ່ານຍັງໄດ້ກ່າວຕື່ມອີກວ່າ: ອີກດ້ານໜື່ງເພື່ອເປັນການໂຄສະນາ ແລະ ດຶງດູດເອົານັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຮູ້ຈັກສະຖານທີ່ທ່ອງທ່ຽວ ແລະ ສິນຄ້າຂອງເມືອງປາກງື່ມໃຫ້ຫຼາຍຂຶ້ນ, ແນໃສ່ກະຕຸ້ນເສດຖະກິດຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.

May be an image of 5 people, medicine and text

ໃນງານຄັ້ງນີ້ມີຫົວໜ່ວຍຜະລິດສິນຄ້າຫັດຖະກຳ ອຸດສະຫະກຳປຸງແຕ່ງ ກະສິກໍາ ແລະການບໍລິການຕ່າງໆເຂົ້າຮ່ວມຫຼາຍກວ່າ 60 ຮ້ານ, ຄາດຄະເນມູນຄ່າຫຼາຍກວ່າ 1ຕື້ກີບ, ໃນນີ້ ມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນພາຍໃນເມືອງຈາກຕ່າງແຂວງ ແລະ ສິນຄ້າຈາກຄອບຄົວຕົວແບບດ້ານການຜະລິດ ສິນຄ້າທົ່ວໄປ ແລະ ອື່ນໆ ງານ​ດັ່ງ​ກ່າ​ວ​ແມ່ນ​ຈະ​ຈັດ​ຂຶ້ນ​ຈົນ​ເຖິງວັນ​ທີ 9 ກຸ​ມ​ພາ 2024.

ຂ່າວ-ພາບ: Vientaine Mai

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...