spot_img
Homeຂ່າວຕ່າງປະເທດພົບຜູ້ເສຍຊີວິດ 122 ຄົນ ແລະ ຍັງມີຜູ້ສູນຫາຍ

ພົບຜູ້ເສຍຊີວິດ 122 ຄົນ ແລະ ຍັງມີຜູ້ສູນຫາຍ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຈາກເຫດການໄຟໄໝ້ທີ່ປະເທດຊີລີເມື່ອວັນທີ 2 ກຸມພາທີ່ຜ່ານມາ, ຫຼ້າສຸດເຈົ້າໜ້າທີ່ສາມາດຄົ້ນພົບຜູ້ເສຍຊີວິດຈາກເຫດການດັ່ງກ່າວເຖິງ 122 ຄົນແຕ່ຍັງຄົງມີຜູ້ສູນຫາຍ, ເຊິ່ງເຈົ້າໜ້າທີ່ກຳລັງທຳການເຂົ້າໄປຍັງພື້ນທີ່ເກີດເຫດເພື່ອທຳການຊ່ວຍເຫຼືອຢ່າງຮີບດ່ວນ.

ເມື່ອເວລາ 21:00 ນາທີຂອງວັນທີ 4 ກຸມພາທີ່ຜ່ານມາ, ທາງການຊີລີໄດ້ປະກາດພາວະສຸກເສີນໃນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ແລະ ສົ່ງທະຫານລົງໄປຊ່ວຍເຈົ້າໜ້າທີ່ດັບເພີງສະກັດກັ້ນໄຟທີ່ກຳລັງລຸກລາມ, ສົມທົບກັບກອງກຳລັງເຮລີຄອບເຕີຊ່ວຍດັບໄຟທາງອາກາດ.

ເຫດການໄຟໄໝ້ປ່າໄດ້ລຸກລາມໄປຍັງພື້ນທີ່ເມືອງ ວິນາ ເດລມາ ແລະ ບັລປາຣາອີໂຊ, ເຊິ່ງເປັນເມືອງຊາຍຟັ່ງທະເລ ທາງທິດຕາເວັນຕົກຂອງເມືອງຊານດິເອໂກ ທີ່ມີປະຊາກອນລວມກັນຫຼາຍກວ່າ 1 ລ້ານຄົນ.

ພາບຖ່າຍທາງອາກາດໃນພື້ນທີ່ດເກີດເຫດສະແດງໃຫ້ເຫັນຄວາມເສຍຫາຍຂອງບ້ານເຮືອນປະຊາຊົນ ແລະ ທ້ອງຖະໜົນເຕັມໄປດ້ວຍຊາກລົດທີ່ຖືກໄຟໄໝ້.ສຳລັບພື້ນທີ່ດັ່ງກ່າວມັກເກີດໄຟປ່າຂຶ້ນເປັນປະຈຳໃນຊ່ວງລະດູຮ້ອນ, ແຕ່ຍອດຜູ້ເສຍຊີວິດໃນຄັ້ງນີ້ແມ່ນມີຈຳນວນຫຼາຍຖືວ່າເປັນໄພພິບັດລະດັບຊາດທີ່ໂຫດຮ້າຍທີ່ສຸດຂອງປະເທດ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...