​ປະຕິສັງຂອນ​ຫໍພະ​ແກ້ວ ມີຜູ້ບໍລິຈາກແລ້ວຫຼາຍກວ່າ 600 ລ້ານກີບ

repair horpakeo

 

ພະ​ແນ​ກຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ນະຄອນຫລວງ ​ໃຫ້​ຮູ້​ວ່າ: ພາຍຫຼັງໄດ້ເປີດໂຄງການ​ປະຕິສັງຂອນ​

ພິພິທະ​ພັນ​ຫໍພະ​ແກ້ວ ​ນັບແຕ່​ວັນ​ທີ 5 ທັນວາ​ມານີ້ ທາງໂຄ ການດັ່ງກ່າວໄດ້​ຮັບເງິນ​​ບໍລິຈາກ​ປະມານ 600 ລ້ານ​ກວ່າ​ກີບ,

​ໃນ​ນັ້ນຜູ້​ທີ່​ໃຫ້ການ​ບໍລິຈາກ​ຫລາຍ​ກວ່າ​ໝູ່​ແມ່ນ​ ທ່ານ ກິດສະໜາ ວົງ​ໄຊ ປະທານ​ບໍລິສັດ​ເບຍ​ລາວ​ຈຳກັດ ໄດ້ບໍລິຈາກເງິນ

ສົດຈຳນວນ 200 ລ້ານ​ກີບ, ບໍລິສັດ​ເພັດ​ບັນດິດ​ກໍ່ສ້າງ 120 ລ້ານ​ກີບ, ບໍລິສັດ​ເພັດ​ຖາວອນ​ກໍ່ສ້າງ 80 ລ້ານ​ກີບ, ບໍລິສັດ​

ບຸນ​ທະວີ​ຊັບ​ກໍ່ສ້າງ 50 ລ້ານ​ກີບ, ບໍລິສັດ​ທີ​ເຄກຣຸບ 30 ລ້ານ​ກີບ.

 

ນອກຈາກ​ນັ້ນຍັງ​ມີ​ຫລາຍ​ພາກສ່ວນ​ທີ່​ສົມທົບ​ທຶນ​​ດັ່ງກ່າວ. ​ເຖິງ​ຢ່າງ​ໃດ​ກໍ​ດີ, ຄວາມຕ້ອງການທຶນຮອນເພື່ອປະຕິສັງ

ຂອນຫໍພະແກ້ວຄັ້ງທຳອິດນີ້ ອາດສູງເຖິງ 7 ຕື້ກີບ, ດັ່ງນັ້ນທາງໂຄງການຈຶ່ງຮຽກຮ້ອງໃຫ້ຜູ້ ມີຈິດໃຈ ເຫຼືອມໃສສັດທາ

ຈົ່ງຮ່ວມແຮງຮ່ວມໃຈກັນປະຕິສັງຂອນສະຖານບູຮານສະຖານສັກສິດດັ່ງກ່າວ ທີ່​ມີ​ສະພາບ​ເກົ່າ​ແກ່​ຊຸດ​ໂຊມ ​​ແລະ ​ເພື່ອ

​ເປັນ​ການ ຈັດຕັ້ງຜັນ​ຂະຫຍາຍ​ກົດໝາຍ​ມໍລະດົກ​ແຫ່ງ​ຊາດ​ລົງ​ສູ່​ລວງ​ເລິກ ກໍ​ຄື​ການ​ປະຕິບັດ​ຕາມ​ທິດ​ຊີ້ນຳ​ຂອງ​ສະຫາຍ

​ເລຂາທິການໃຫຍ່ ບົນ​ພື້ນຖານ​ການ​ຮັກສາ​ລັກສະນະ​ຮູບຊົງ​ພື້ນຖານ​ດັ້ງ​ເດີມ​ຂອງ​ຫໍ​​ໄວ້​ຄື​ເກົ່າ ປ່ຽນ​ຖ່າຍ​ສິ່ງ​ເກົ່າ​ແກ່​ເປ່

​ເພ​ຊຸດ​ໂຊມ​ຕ່າງໆ​ອອກ. ພ້ອມ​ດຽວ​ກັນນັ້ນ ກໍ​ຕ້ອງ​ຮັກສາ​ໄດ້​ມູນ​ເຊື້ອສິລະ​ປະ​ລວດລາຍ​ດອກ​ດວງ​ອັນ​ໂດດ​ເດັ່ນ ​ແລະ ດັ້ງ

​ເດີມ​ຂອງ​ລາວ ແລະ ເພື່ອ​ເປັນ​ການ​ບູລະນະ​ສະຖານ​ບູຮານ​ອັນ​ເກົ່າ​ແກ່ ​ໃຫ້​ກັບ​ມາ​ມີ​ສະພາບ​ດີ​ຢູ່​ຄູ່​ປະ​ເທດ​ລາວ ​ຈົນ​ຮອດ

​ເຊັ່ນ​ລູກ​ເຊັ່ນ​ຫລານ, ດັ່ງນັ້ນຈຶ່ງ ຂໍຮຽກຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ​ໃນ​ທົ່ວ​ສັງ ຄົມ, ອົງການ​ຈັດຕັ້ງພັກ-ລັດ, ພາກສ່ວນ​ທຸ

ລະ​ກິດ ​ແລະ ນິຕິບຸກ ຄົນ​ຈົ່ງ​ຊ່ວຍ​ປະກອບສ່ວນ​ເຫື່ອ​ແຮງ​ສະຕິ​ປັນຍາ ​ແລະ ທຶນຮອນ​ເຂົ້າຮ່ວມ​​ເປັນ​ອະນຸ​ໂມທະນາ​ໃນ​

ການ​ປະຕິສັງຂອນ​ຄັ້ງນີ້​ໃຫ້​ສຳ​ເລັດ ​ແລະ ​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ​.

 

ແຫລ່ງຂ່າວ: ລາວພັດທະນາ