spot_img
Homeຂ່າວພາຍ​ໃນງານວາງສະແດງສິລະປະສາກົນສາມຫຼ່ຽມຄໍາແຫ່ງສັນຕິພາບ

ງານວາງສະແດງສິລະປະສາກົນສາມຫຼ່ຽມຄໍາແຫ່ງສັນຕິພາບ

Published on

ງານວາງສະແດງສິລະປະສາກົນສາມຫຼ່ຽມຄໍາແຫ່ງສັນຕິພາບ ເນື່ອງໃນໂອກາດເທດສະການດອກງິ້ວບານ ຄັ້ງທີ XXI ປະຈຳປີ 2024 ຈັດຂຶ້ນວັນທີ 26 ມັງກອນ 2024 ຢູ່ໂຮງແຮມດາວດອກງິ້ວຄໍາ ເຂດເສດຖະກິດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດ ຖະມົນຕີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ພ້ອມດ້ວຍບັນດາເຈົ້າແຂວງ ຮອງເຈົ້າແຂວງ ແລະ ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ເຊີນ ສຽນເຟີງ ໄດ້ກ່າວວ່າ: ການເປີດງານວາງສະແດງຄັ້ງນີ້ ແມ່ນມີຈຸດປະສົງຖ່າຍທອດຄວາມສວຍງາມ, ການປົກປັກຮັກສາສິ່ງແວດລ້ອມ, ສົ່ງເສີມສັນຕິພາບ ແລະ ຄວາມສະຫງົບ, ຮີດຄອງປະເພນີອັນດີຂອງຊາດຂອງບັນດາຊົ່ນເຜົ່າຕ່າງໆ ຜ່ານຜົນສິລະປະ ໃນເທສະການດອກງິ້ວບານ ປະຈຳປີ 2024 ເຊິ່ງໄດ້ຈັດຫລາຍກິດຈະກຳທີ່ໜ້າສົນໃຈ.

ສຳລັບການຈັດເທສະການດອກງິ້ວບານ ຄັ້ງທີ XXI ປະຈຳປີ 2024 ເປັນປາງບຸນໃຫຍ່ປະເພນີຂອງແຂວງບໍ່ແກ້ວ ເຊິ່ງຄັ້ງທີ I ຈັດຂຶ້ນແຕ່ປີ 2000 ແລະ ມີຜົນສໍາເລັດໃນການຈັດງານມາແລ້ວ 20 ຄັ້ງ ໂດຍຈັດຂຶ້ນໃນໄລຍະລະດູ ທີ່ດອກງິ້ວກໍາລັງເບັ່ງບານ (ທ້າຍເດືອນມັງກອນ-ຕົ້ນເດືອນກຸມພາ) ຂອງທຸກປີ. ຈຸດປະສົງການຈັດງານດັ່ງກ່າວ ເພື່ອອະນຸລັກ ແລະ ສົ່ງເສີມ ວຽກງານດ້ານສິລະປະ ວັດທະນະທໍາ, ການນຸ່ງຖື, ແບບແຜນວິຖີຊີວິດ ກໍຄືຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງບໍ່ແກ້ວ ໃຫ້ມີຄວາມຍືນຍົງ ຄຽງຄູ່ກັບການພັດທະນາດ້ານເສດຖະກິດ ທັງເປັນການເຊື່ອມໂຍງເຂົ້າກັບວັດທະນະທໍາ-ອະລິຍະທໍາ ອັນດີງາມຂອງຊາດ ແລະ ສາກົນ ເພື່ອໃຫ້ບັນດາແຂກ ແລະ ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ສໍາຜັດກັບຄວາມສວຍສົດງົດງາມ ທີ່ເປັນເອກະລັກພິເສດຂອງຕົ້ນງິ້ວ ກໍຄືດອກງິ້ວໄລຍະທີ່ກໍາລັງເບັ່ງບານ.

ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ທ່ານ ຈ້າວເຫວີຍ ພ້ອມຄະນະປະທານ ກໍໄດ້ໃຫ້ກຽດເປີດປ້າຍງານວາງສະແດງສິລະປະສາກົນສາມຫຼ່ຽມຄໍາແຫ່ງສັນຕິພາບເປັນທາງການ ແລະ ຢ້ຽມຊົມຜົນງານວາງສະແດງສິລະປະດັ່ງກ່າວ ຈາກນັ້ນກໍໄດ້ສືບຕໍ່ໄປຢ້ຽມຊົມການວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອສົ່ງເສີມການຄ້າ ການບໍລິການ ກໍຄືການສ້າງລາຍຮັບໃຫ້ປະຊາຊົນ ແລະ ຜູ້ປະກອບການ ຢູ່ເຂດດອນຊາວ ຕື່ມອີກ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...