spot_img
Homeວິທະຍາສາດ-ວິທະຍາການຫ້ອງການ ຖວທ ແຂວງຊຽງຂວາງ ລົງກວດກາເກັບກໍາຂໍ້ມູນດ້ານບູຮານວິທະຍາ ໄຫຫີນ ແຫຼ່ງ 75 ບ້ານ ຜາທ້າງ.

ຫ້ອງການ ຖວທ ແຂວງຊຽງຂວາງ ລົງກວດກາເກັບກໍາຂໍ້ມູນດ້ານບູຮານວິທະຍາ ໄຫຫີນ ແຫຼ່ງ 75 ບ້ານ ຜາທ້າງ.

Published on

ໃນວັນ 16 ມັງກອນ 2024 ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງຄໍາ ແຂວງ ຊຽງຂວາງ ຮ່ວມກັບທີມ ງານເກັບກໍາຂໍ້ມູນທາງດ້ານບູຮານວິທະຍາ ຂັ້ນແຂວງ ແລະ ກະຊວງ ລົງກວດກາເກັບກໍາຂໍ້ມູນດ້ານບູຮານວິທະຍາ ໄຫຫີນ ແຫຼ່ງ 75 ບ້ານ ຜາທ້າງ ຢ່າງເປັນທາງການ.

ພາຍໃຕ້ການຊີ້ນໍາ-ນໍາພາຂອງ ທ່ານ ສົມຈິດ ສີດາລາ ກຳມະການພັກເມືອງ ຫົວໜ້າຫ້ອງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງຄໍາ ແຂວງຊຽງຂວາງ, ມີ ທ່ານ ສຸລິຍາ ບຸນໄຊທິບ ຮອງຫົວໜ້າພະແນກຄຸ້ມຄອງບູຮານວິທະຍາກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີທ່ານ ນິໂຄຣາດ ສະໂກພາລ ນັກສຶກສາປະລິຍາເອກ ຈາກມະຫາວິທະຍາໄລຊິດນີຮ່ວມກັບມະຫາວິທະຍາໄລແຫ່ງຊາດອົດສະຕາລີ ພ້ອມດ້ວຍທີມງານຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງຄໍາ, ທີມງານເກັບກໍາຂໍ້ມູນທາງດ້ານບູຮານວິທະຍາ ຂັ້ນແຂວງ, ກະຊວງ ແລະ ຊ່ຽວຊານມະຫາວິທະຍາໄລແຫ່ງຊາດອົດສະຕາລີເຂົ້າຮ່ວມ.

ການລົງເກັບກໍາຂໍ້ມູນໃນຄັ້ງນີ້ ໄດ້ລິເລີ່ມມາແຕ່ວັນທີ 13 ມັງກອນ 2024 ເປັນຕົ້ນມາ ມາຮອດປະຈຸບັນ ການເກັບກໍາຂໍ້ມູນເຫັນວ່າ ການຂຸດຄົ້ນພາຍໃນໄຫຫີນພົບເຫັນສິ້ນສ່ວນ ໂຄງຮ່າງມະນຸດບູຮານເປັນຕົ້ນແມ່ນ: ກະໂຫຼກຫົວມະນຸດ, ຄ້າງ, ແຂ້ວ ແລະ ວັດຖຸນໍາໃຊ້ອື່ນໆ ສັນນິຖານວ່າຈະມີອາຍຸປະມານ 900-1200 ກວ່າປີ.
ຈຸດປະສົງກໍ່ເພື່ອເປັນການຄົ້ນຄວ້າຊອກແຫຼ່ງທີ່ຢູ່ອາໄສຂອງຄົນບູຮານ ພ້ອມນັ້ນ, ກໍ່ໄດ້ຄົ້ນຄວ້າເຖິງການນໍາໃຊ້ໄຫຫີນແຫ່ງທີ່ 75 ທີ່ຕິດພັນກັບມະນຸດສະໄໝບູຮານ ຕື່ມອີກ.

ທີ່ມາ:medialaos

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...