spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມSmartphone face ພະຍາດຂອງຄົນຕິດມືຖື ເບິ່ງເຖົ້າກ່ອນໄວບໍ່ຮູ້ໂຕ

Smartphone face ພະຍາດຂອງຄົນຕິດມືຖື ເບິ່ງເຖົ້າກ່ອນໄວບໍ່ຮູ້ໂຕ

Published on

facebook-line

ມາ​ທໍາຄວາມ​ຮູ້​ຈັກ​ກັບ​ພະຍາດ Smart Phone face ພະຍາດ​ອັນຕະລາຍ​ຂອງ​ຄົນ​ຕິ​ດ​ສະມາ​ດ​ໂຟນ ຖ້າ​ບໍ່​ຢາກ​ຜິວ​ພັນ​ແກ່​ກ່ອນ​ໄວ

ດຽວນີ້ປະຕິເສດ​ບໍ່​ໄດ້​ວ່າ ປັດ​ໄຈ​ທີ່ 5 ຂອງ​ມະນຸດ​ຕອນ​ນີ້​ກໍ​ຄົງ​ໜີ​ບໍ່​ພົ້ນ​ບັນດາ​ສະ​ມາດ​ໂຟນ​ແມ່ນບໍ່ ເພາະ​ບໍ່​ວ່າ​ຈະ​ຫັນ​ໄປ​ທາງ​ໃດ​ກໍ​ມັກ​ຈະ​ເຫັນ​ຄົນ​ກົ້ມ​ໜ້າ​ກົ້ມ​ຕາ​ຫລິ້ນ​ໂທລະ​ສັບ​ບໍ່​ສົນ​ໃຈ​ຄົນ​ຮອບ​ຂ້າງ ເຊິ່ງ​ແນ່ນອນ​ວ່າ​ ການ​ໃຊ້​ສະມາດ​ໂຟນ​ຫລາຍ​ເກີນ​ໄປ ​ບໍ່​ໄດ້​ພຽງ​ແຕ່​ສົງ​ຜົນ​ເສຍ​ຕໍ່​ມະນຸດ​ສຳພັນ​ເທົ່າ​ນັ້ນ ແຕ່​ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບນໍາ​ອີກ​ ເຊິ່ງ​ພະຍາດ​ໜຶ່ງ​ທີ່​ເຮົາ​ໜ້າ​ຈະ​ເລີ່ມ​ຮູ້​ຈັກ​ກັນ​ແລ້ວ​ກໍ​ຄື​ພະຍາດ Text neck ທີ່​ເຮັດໃຫ້​ປວດ​ຄໍ​ປວດ​ໄຫລ່​ກັນ​ຊຳເຮື້ອ ແຕ່​ກໍ​ບໍ່​ໄດ້​ມີ​ພຽງ​ແຕ່ພະຍາດ​ນີ້​ເທົ່າ​ນັ້ນ ເພາະ​ຍັງມີ​ອີກ​ພະຍາດ​ໜຶ່ງ​ທີ່​ອັນຕະລາຍ​ບໍ່​ແພ້​ກັນ ນັ້ນ​ກໍ​ຄື​ພະຍາດ Smartphone face ທີ່​ສົ່ງ​ຜົນ​ເສຍ​ຕໍ່​ຜິວ​ໜັງ​ບໍລິເວນໜ້າ​ຈົນ​ອາດຈະ​ເຮັດໃຫ້​ເບິ່ງ​ເຖົ້າກ່ອນ​ໄວ​ ແຕ່​ວ່າ​ ​ພະຍາດ​ນີ້​ຈະ​ເປັນ​ແບບໃດ ແລະ​ ໃຜ​ແນ່ທີ່​ມີ​ຄວາມ​ສຽງ ມື້​ນີ້​​ຈະ​ພາ​ໄປ​ເບິ່ງ​ ຖ້າ​ບໍ່​ຢາກ​ໜ້າ​ແຫ່ວ​​ກ່ອນ​ອາຍຸ ຫ້າມ​ພາດ​
ພະຍາດ Smartphone face ເປັນ​ພະຍາດ​ທີ່​ເກີດ​ຈາກ​ການ​ກົ້ມ​ໜ້າ​ຫລິ້ນ​ສະ​ມາດ​ໂຟນ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ ຈົນ​ເຮັດໃຫ້​ໜ້າ​ບໍລິເວນ​ໂໜກ​ແກ້ມ ​ແລະ​ ກ້າມ​ຊີ້ນບໍລິເວນ​ແກ້ມ​ສູນ​ເສຍ​ຄວາມ​ຍືດ​ ເຮັດໃຫ້​ກ້າມ​ຊີ້ນ​ຍ່ອຍຍານ​ລົງ ເຊິ່ງ​ເຖິງແມ່ນວ່າ​ຈະ​ບໍ່​ສົ່ງ​ຜົນ​ຮ້າຍ​ຕໍ່​ສຸຂະພາບ ແຕ່​​ພະຍາດ​ນີ້​ກໍ​ຈະ​ເຮັດໃຫ້​ຄົນ​ໝົດ​ຄວາມຫມັ້ນ​ໃຈ ​ແລະ ​ວິ​ຕົກ​ກັງ​ວົນ​ຫລາຍ​ຂຶ້ນ​ຈົນ​ເຮັດໃຫ້​ຕ້ອງ​ໄປ​ເພິ່ງ​ພາ​ການ​ສັນຍະ​ກຳ​ຄວາມ​ງາມ​ນັ້ນ​ເອງ

ອາການ​ຂອງ​ພະຍາດ Smartphone face

ພະຍາດ Smartphone face ເຖິງວ່າ​ຈະ​ບໍ່​​ທໍາ​ຮ້າຍ​ສຸຂະພາບ​ໂດຍ​ລວມ ແຕ່​ການ​ທີ່​ກົ້ມ​ລົງ​ເບິ່ງ​ໜ້າ​ຈໍ ຫລື​ ຈ້ອງສະ​ມາດໂຟນແທັບ​ເລັດ​ເປັນ​ເວລາ​ດົນ​ເກີນ​ໄປ ຈະ​ເຮັດໃຫ້​ກ້າມ​ຊີ້ນ​ຄໍ​ເກີດ​ອາການ​ຈັງ ​ແລະ ​ໄປ​ເພີ່ມ​ແຮງ​ກົດ​ບໍລິເວນ​ແກ້ມ ເມື່ອ​ແກ້ມ​ຖືກ​ແຮງ​ກົດ​ຕິດ​ຕໍ່​ກັນ​ດົນ​ໆເຂົ້າ ກໍ​ຈະ​ເຮັດໃຫ້​ເສັ້ນ​ໃຍ​ອິ​ລາດ​ຕິກ​ເທິງ​ໜ້າ​ ສູນ​ເສຍ​ຄວາມ​ຍືດ ຈົນ​ເຮັດໃຫ້​ກ້າມ​ຊີ້ນ​ແກ້ມ​ບໍລິເວນ​ກາມ​ຍ້ອຍ​ລົງ​ມາ ແຖມ​ກ້າມ​ຊີ້ນ​ບໍລິເວນ​ມຸມ​ປາກ​ກໍ​ຈະ​ຕົກ​ໄປ​ທາງ​ຄາງ​ນໍາ ຈົນ​ໜ້າ​ອາດ​ເບິ່ງ​ຜິດ​ແປກ​ໄປ​ຈາກເກົ່າ

ຢ່າງໃດ​ກໍ​ຕາມ​ໃນ​ເວລາ​ປົກກະຕິ​ເຮົາ​ຈະ​ເຫັນ​ຄວາມ​ຜິດ​ປົກກະຕິ​ຂອງ​​ໜ້າ​ບໍ່​ຄ່ອຍ​ຊັດເຈນ​ເທົ່າໃດ​ ແຕ່​ຖ້າ​ຫາກ​ຖ່າຍ​ຮູບ​ ເຊວ​ຟີ ຫລື ​ໃຊ້​ວິ​ດີ​ໂອ​ ຮັບຮອງ​ວ່າ​ ເຫັນ​ໄດ້​ຊັດເຈນ​ເລີຍ​​ວ່າ​ ໜ້າ​ເບິ່ງ​ຫຍ່ອນ​ຄ້ອຍ​ໄປ​ຈາກ​ເກົ່າ ແລະ ​ເພາະ​ແບບ​ນີ້​ນີ້​ເອງ​ທີ່​ເຮັດໃຫ້​ຫລາຍໆຄົນ ເກີດ​ຂາດ​ຄວາມຫມັ້ນ​ໃຈ​ຈົນ​ຕ້ອງ​ເຮັດ​ສັນຍະ​ກຳ​ເພື່ອ​ເພີ່ມ​ຄວາມຫມັ້ນ​ໃຈ ບໍ່​ວ່າ​ ຈະ​ເປັນ​ການ​ສີດ​ໂບ​ທັອກ ຫລື ​ສີດ​ຟິນ​ເລີ ເພື່ອ​ໃຫ້​ໜ້າ​ກັບ​ມາ​ເຄັ່ງຕຶງ​ຄື​ເກົ່າ ແຕ່​ກໍ​ຈະ​ມີ​ຜົນ​​ພຽງແຕ່​ຊົ່ວ​ຄາວ​ເທົ່າ​ນັ້ນ ແຖມ​ຍັງ​ອາດ​ສົ່ງ​ຜົນ​ເສຍ​ຕໍ່​ສຸຂະພາບ​ນໍາອີກ​ ຖ້າ​ຫາກ​ໃຊ້​ສານ​ເຄ​ມີ​ເຫລົ່າ​ນີ້​ຫລາຍ​ເກີນ​ໄປ

ພະຍາດ Smartphone face ມີໃຜ​ສ່ຽງແນ່

ເນື່ອງ​ຈາກ​ພະຍາດ​ນີ້​ກ່ຽວ​ຂ້ອງ​ກັບ​ສະ​ມາດ​ໂຟນ​ໂດຍ​ກົງ ກຸ່ມ​ສ່ຽງ​ຈຶ່ງ​ບໍ່ແມ່ນ​ໃຜ​ບ່ອນ​ໃດ ແຕ່​ເປັນ​ຄົົນທີ່​ຕິ​ດສະ​ມາດ​ໂຟນ ​ແລະ ​ໃຊ້​ເວລາ​ໃນ​ການ​ຫລິ້ນ​ສະ​ມາດ​ໂຟນ​ເປັນ​ເວລາ​ດົນ​ຕິດ​ຕໍ່​ກັນ​ເລື້ອຍໆ ບໍ່​ວ່າ​ຈະ​ເປັນ​ຄົນ​ໃນ​ກຸ່ມ​ອາ​ຍຸ​ເທົ່າ​ໃດ​ກໍ​ຕາມ ແຕ່​ຖ້າ​ເປັນ​ໃນ​ກຸ່ມ​ຄົົນທີ່​ມີ​ອາ​ຍຸ​ຫລາຍ​ແລ້ວ ກໍ​ອາດຈະ​ເຮັດໃຫ້​ອາການ​ເກີດ​ຂຶ້ນ​ໄດ້​ໄວ​ຫລາຍ​ຂຶ້ນ​ເນື່ອງ​ຈາກ​ຜິວ​ໜັງ​ຂາດ​ຄວາມ​ຍືນ​ຢຸນ​ຢູ່​ແລ້ວ​

ວິທີ​ການ​ປິ່ນປົວພະຍາດ Smartphone face 

ພະຍາດ​ນີ້​ແມ່ນ​ຈະ​ບໍ່​ມີ​ການ​ປິ່ນປົວ​ໃຫ້​ເຊົາສະນິດ​ໃນ​ທັນ​ທີ ແຕ່​ກໍ​ສາມາດ​ປິ່ນປົວ​ໄດ້​ໂດຍ​ການເຮັດ​ສັນຍະ​ກຳ ເຊິ່ງ​ກໍ​ມີ​ຕັ້ງ​ແຕ່​ການ​ສີດ​ໂບ​ທັອກ ສີດ​ຟິນ​ເລີ ຫລື​ ແມ່ນແຕ່​ການ​ຜ່າ​ຕັດ​ເພື່ອ​ຍົກ​ກະ​ຊັບ​ໜ້າ ແຕ່​ກໍ​ຊ່ວຍ​ປິ່ນປົວ​ໄດ້​ພຽງແຕ່​ຊົ່ວ​ຄາວ​ແຖມ​ຍັງ​ອາດຈະ​ສົ່ງ​ຜົນ​ເສຍ​ນໍາອີກ​​ຖ້າ​ຫາກ​ໃຊ້​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ ເຊິ່ງ​ກໍ​ບໍ່ແມ່ນວ່າ ​ການ​ສັນຍະ​ກຳ​ຈະ​ເປັນ​ວິທີ​ດຽວ​ທີ່​ເຮັດໃຫ້​ໜ້າ​ກັບ​ມາ​ເຄັ່ງ​ຕຶງ​ຄືເກົ່າ ຍັງມີ​ຜະລິດຕະພັນ​ທີ່​ໃຊ້​ເພື່ອ​ຍົກ​ກະ​ຊັບ​ກ້າມ​ຊີ້ນ​ບໍລິເວນ​ຄໍ​ໃຫ້​ສາມາດ​ເຮັດ​ເອງ​ໄດ້​ຢູ່ເຮືອນ ຫລື​ ຈະ​ເປັນ​ການເຮັດ​ໂຍ​ຄະ​ໜ້າ ກໍ​ສາມາດ​ຊ່ວຍ​ໃຫ້​ໜ້າກະຊັບໄດ້

ວິທີ​ປ້ອງ​ກັນ​ພະຍາດ Smartphone face 

ວິທີ​ປ້ອງ​ກັນ​ກໍ່​ບໍ່ແມ່ນ​ເລື່ອງ​ຍາກ ພຽງ​ແຕ່​ຫລີກ​ລ້ຽງ​ການ​ຫລິ້ນ​ສະ​ມາດ​ໂຟນ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ​ໆ ແລະ ​ຄວນ​ຈະ​ຍົກ​ໂທລະ​ສັບ​ໃຫ້​ຢູ່ໃນ​ລະ​ດັບ​ສາຍ​ຕາ ຫລື ​ໃນ​ລະ​ດັບ​ທີ່​ບໍ່​ຕ້ອງ​ກົ້ມ​ໜ້າ​ຫລາຍ​ຈົນ​ເກີນ​ໄປ ເພື່ອ​ທີ່​ຄໍ​ຈະ​ໄດ້​ບໍ່​ຕ້ອງ​ຈັງ ​ແລະ ​ບໍ່​ເຮັດໃຫ້​ມີ​ແຮງ​ກົດ​ບໍລິເວນ​ແກ້ມ​ຫລາຍ​ຈົນ​ເກີນ​ໄປ ເຊິ່ງ​ວິທີ​ເຫລົ່າ​ນີ້​ນອກ​ຈາກ​ຈະ​ປ້ອງ​ກັນ​ພະຍາດ Smart face ໄດ້​ແລ້ວ ຍັງ​ສາມາດ​ຊ່ວຍ​ປ້ອງ​ກັນ​ພະຍາດ​ທີ່​ກ່ຽວກັບ​ການ​ຫລິ້ນ​ສະ​ມາດ​​ໂຟນ​ເປັນ​ເວລາ​ດົນ​ໆໄດ້​ອີກ​ ໄດ້​ປະໂຫຍດ​ຫລາຍ​ຕໍ່​ເລີຍ​

ການ​ຫລິ້ນ​ສະ​ມາດ​ໂຟນ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ ຍັງ​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ໄດ້​ອີກ​ຫລວງຫລາຍ ບໍ່ແມ່ນ​ພຽງແຕ່​ພະຍາດ Smartphone face ຫລື​ພະຍາດ Text neck ດັ່ງ​ນັ້ນ​ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ພົບ​​ກັບ​ບັນຫາ​ສຸຂະພາບ ກໍ​ຄວນ​ຫລຸດ​ການ​ຫລິ້ນ​ສະມາດ​​ໂຟນ​ໃຫ້​ໜ້ອຍ​ລົງ​ເຫລືອ​ພຽງ​ເທົ່າ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ ອາດຈະ​ຟັງ​ເບິ່ງ​ຍາກ ແຕ່​ຖ້າ​ຫາກ​ເຮົາ​ຕັ້ງ​ໃຈ​ເຮັດ​ແທ້ໆ ເຊື່ອ​ວ່າ​ ເຮົາ​ສາມາດ​ເຮັດ​ໄດ້​ຢ່າງ​ແນ່ນອນ​

ບົດຄວາມຫຼ້າສຸດ

ສົມເປັນເມືອງມໍລະດົກໂລກ ຫຼວງພະບາງໄດ້ຮັບລາງວັນ ເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ

ນະຄອນຫຼວງພະບາງ ໄດ້ຮັບລາງວັນ ເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ສໍາລັບປີ 2025 ນະຄອນຫຼວງພະບາງ ໄດ້ຮັບລາງວັນ ເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ສໍາລັບປີ 2025 (2025 Green Destinations Top 100...

ຮືຮາ ຄົ້ນພົບວັດຖຸບູຮານ ທີ່ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ

ປະຊາຊົນຂຸດພົບວັດຖຸເກົ່າແກ່ຫຼາຍຢ່າງທີ່ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໃນວັນທີ 4 ມີນາ 2025 ຜ່ານມາ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງອຸທຸມພອນ ຮ່ວມກັບຂະແໜງວັດທະນະທຳແຂວງ, ພະແນກຖະແຫຼງຂ່າວ,...

ອຸຕຸແຈ້ງ ທຸກພາກທົ່ວປະເທດຈະຮ້ອນອົບເອົ້າເຖິງ 39 ອົງສາ

ອຸຕຸແຈ້ງ ທຸກພາກທົ່ວປະເທດຈະຮ້ອນອົບເອົ້າເຖິງ 39 ອົງສາ ສ່ວນພາກກາງ-ພາກໃຕ້ຈະມີຝົນຕົກ 40% ສະພາບອາກາດ ປະຈໍາວັນທີ 5 ມີນາ 2025 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນຕົກ ພັດປົກຄຸມ....

ຫວຽດນາມເລັ່ງຫຼຸດຜ່ອນນະໂຍບາຍປະຊາກອນ ເພື່ອເປີດໂອກາດໃຫ້ຄູ່ຮັກມີບຸດໄດ້ຫຼາຍກວ່າ 2 ຄົນ

ລັດທະບານຫວຽດນາມກຽມພິຈາລະນາຫລຸດຜ່ອນນະໂຍບາຍລູກສອງຄົນ ເພື່ອເພີ່ມອັດຕາການເກີດ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມີນາ 2025, ກະຊວງສາທາລະນະສຸກຫວຽດນາມກຳລັງພິຈາລະນາ ຫຼຸດຜ່ອນນະໂຍບາຍການມີລູກໄດ້ 2 ຄົນ ພາຍຫຼັງຫວຽດນາມກາຍເປັນໜຶ່ງໃນປະເທດ ທີ່ມີອັດຕາການເກີດໃໝ່ຕ່ຳທີ່ສຸດໃນອາຊີຕາເວັນອອກສຽງໃຕ້. ທັງນີ້ກະຊວງສາທາລະນະສຸກສະເໜີໃຫ້ຄູ່ຜົວເມຍສາມາດຕັດສິນໃຈໄດ້ວ່າຈະມີລູກຈັກຄົນ ແລະ ມີລູກເມື່ອໃດ ລວມທັງສະເໜີໃຫ້ມີການແກ້ໄຂບັນຫາຄວາມເຫລື້ອມລໍ້າຂອງອັດຕາການເກີດໃນແຕ່ລະພາກພື້ນ. ສໍານັກງານປະຊາກອນຫວຽດນາມ...