Homeຂ່າວພາຍ​ໃນເທດສະການດອກງິ້ວບານຄັ້ງທີ 21 ປະຈຳປີ 2024 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ເທດສະການດອກງິ້ວບານຄັ້ງທີ 21 ປະຈຳປີ 2024 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

Published on

ງານເທດສະການດອກງີ້ວບານ ຄັ້ງທີ XXI ປະຈຳປີ 2024 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈະຈັດຂື້ນໃນລະຫວ່າງວັນທີ 21 ຫາ 29 ມັງກອນ 2024 ເຊິ່ງພາຍໃນງານຈະມີຫຼາຍກິດຈະກຳ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ມາທ່ຽວຊົມຢ່າງເບີກບານມ່ວນຊື່ນ.

ກິດຈະກຳພາຍໃນງານປະກອບມີ: ການປະກວດນາງສາວດອກງິ້ວບານ ປະຈຳປີ 2024, ການປະກວດນາງສາວທ່ອງທ່ຽວລາວ ປະຈຳປີ 2024, ການແຂ່ງຂັນກິລາກ໊ອຟ ຊິງຖ້ວຍລາງວັນດອກງິ້ວຄຳ ຄັ້ງທີ I, ງານວາງສະແດງສິລະປະສາກົນ”ສາມຫຼ່ຽມຄຳສັນຕິພາບ”, ຫໍວາງສະແດງວັດທະນະທຳ, ງານວາງສະແດງສິນຄ້າສີ່ປະເທດ, ການສະແດງບິນໂດນ 1,000 ລຳ, ການສະແດງສິລະປະ 4 ປະເທດ (ລາວ, ຈີນ, ໄທ, ມຽນມາ), ການສະແດງບັ້ງໄຟດອກ, ການປ່ອຍໂຄມໄຟ ແລະ ການແຂ່ງກິລາຕີມວຍ.

ສຳລັບເທດສະການ ດອກງິ້ວບານ ເປັນງານບຸນໃຫຍ່ ຂອງແຂວງບໍ່ແກ້ວ ເພື່ອຮ່ວມສະເຫຼີມສະຫຼອງຄວາມງາມທາງທໍາມະຊາດ ໂດຍສະເພາະເຂດ ດອນຊາວ ທີ່ມີ ດອກງິ້ວໜາແໜ້ນ ແລະ ສວຍສົດງົດງາມ, ນອກຈາກທ່ານຈະໄດ້ສຳຜັດກັບສິ່ງໃໝ່ໆທີ່ໜ້າຕື່ນຕາຕື່ນໃຈກັນເເລ້ວ ຍັງເປັນການຊຸກຍູ້ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງານຂອງລາວເຮົາ ພ້ອມກັບເເຫຼ່ງທ່ອງທ່ຽວໃຫ້ກັບທົ່ວໂລກໄດ້ຮັບຮູ້ອີກດ້ວຍ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...