spot_img
Homeຂ່າວຕ່າງປະເທດຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ນ້ຳຖ້ວມ 5 ແຂວງທາງພາກໃຕ້ຂອງປະເທດໄທ

ຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ນ້ຳຖ້ວມ 5 ແຂວງທາງພາກໃຕ້ຂອງປະເທດໄທ

Published on

ອີງຕາມສຳນັກຂ່າວໄທລາຍງານໃນວັນທີ 26 ທັນວາ 2023 ນີ້ວ່າ: ເກີດຝົນຕົກໜັກລະຫວ່າງວັນທີ 23-26 ທັນວາ 2023 ຜ່ານມາ, ເຮັດໃຫ້ນ້ຳຖ້ວມໃນ 5 ແຂວງທີ່ປະເທດໄທ ໄດ້ແກ່: ແຂວງນາລາທິວາດ, ແຂວງສະຕູນ, ແຂວງຍະລາ, ແຂວງສົງຂາ, ແຂວງປັດຕານີ, ກະແສນ້ຳເຮັດໃຫ້ຫົນທາງຫຼາຍສາຍຖືກຕັດຂາດ ເຈົ້າໜ້າທີ່ກູ້ໄພເລັ່ງໃຫ້ການຊ່ວຍເຫຼືອ 19,624 ຫຼັງຄາເຮືອນທີ່ໄດ້ຮັບຜົນກະທົບ.

5 ແຂວງທີ່ໄດ້ຮັບຜົນກະທົບ: ແຂວງນາລາທິວາດ ປະຊາຊົນໄດ້ຮັບຜົນກະທົບ 16,680 ຫຼັງຄາເຮືອນ ສ່ວນລະດັບນ້ຳກຳລັງຫຼຸດລົງ, ແຂວງສະຕູນ ປະຊາຊົນໄດ້ຮັບຜົນກະທົບ 1,222 ຫຼັງຄາເຮືອນ ສ່ວນລະດັບນ້ຳກຳລັງຫຼຸດລົງ, ແຂວງປັດຕານີ ປະຊາຊົນໄດ້ຮັບຜົນກະທົບ 1,108 ຫຼັງຄາເຮືອນ ສ່ວນລະດັບນ້ຳກຳລັງຫຼຸດລົງ, ແຂວງຍະລາ ປະຊາຊົນໄດ້ຮັບຜົນກະທົບ 424 ຫຼັງຄາເຮືອນ ສ່ວນລະດັບນ້ຳກຳລັງຫຼຸດລົງ ແລະ ແຂວງສົງຂາ ປະຊາຊົນໄດ້ຮັບຜົນກະທົບ 190 ຫຼັງຄາເຮືອນ ສ່ວນລະດັບນ້ຳກຳລັງຫຼຸດລົງ.

ທັງນີ້ເຈົ້າໜ້າທີ່ກຳລັງລະດົມກຳລັງຊ່ວຍປະຊາຊົນທີ່ຕົກຄ້າງບໍ່ສາມາດອອກຈາກບ້ານໄດ້ ເນື່ອງຈາກສະພາບນ້ຳທີ່ເພີ່ມຂຶ້ນສູງຢ່າງໄວວາ ເຮັດໃຫ້ຫຼາຍຄົນຍັງຄ້າງຢູ່ເຖິງຫຼັງຄາເຮືອນຊັ້ນ 2 ສຳລັບການແກ້ໄຂບັນຫາ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ສຳນັກງານປ້ອງກັນໄດ້ປະສານກັບເຈົ້າໜ້າທີ່ກູ້ໄພແຂວງລົງພຶ້ນທີ່ເບິ່ງແຍງໃຫ່ການຊ່ວຍເຫຼືອຜູ້ປະສົບໄພຢ່າງເຕັມກຳລັງ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...