spot_img
Homeຂ່າວຕ່າງປະເທດລຸງພົນຖືກສານສັ່ງຈຳຄຸກແລ້ວ 20 ປີ ໃນຄະດີການເສຍຊີວິດຂອງນ້ອງຊົມພູ່

ລຸງພົນຖືກສານສັ່ງຈຳຄຸກແລ້ວ 20 ປີ ໃນຄະດີການເສຍຊີວິດຂອງນ້ອງຊົມພູ່

Published on

ລຸງພົນ ຖືກສານສັ່ງຈຳຄຸກແລ້ວ 20 ປີ ໃນຄະດີນ້ອງຊົມພູ່ ເສຍຊີວິດຢ່າງປິດສະໜາ ສ່ວນປ້າແຕ໋ນແມ່ນລອດ.

ຈາກຄະດີການເສຍຊີວິດຂອງນ້ອງຊົມພູ່ ທີ່ໄດ້ເສຍຊີວິດຢູ່ເທິງພູຢ່າງປິດສະໜາ ທີ່ປະເທດໄທ ໃນວັນທີ 11 ພຶດສະພາ 2020 ໂດຍມີລຸງພົນ ແລະ ປ້າແຕ໋ນ ມີຄວາມກ່ຽວຂ້ອງໃນຄະດີນີ້ ຫຼາຍໆປີທີ່ຜ່ານມາກໍມີການຕໍ່ສູ້ກັບຄະດີມາຫຼາຍ ຈົນຫຼ້າສຸດໃນວັນທີ 20 ທັນວາ 2023 ສານຈັງຫວັດມຸກດາຫານນັດຟັງຄຳພິພາກສາໃນຄະດີນີ້.

ໂດຍສານຟ້ອງວ່າ ລຸງພົນ ມີຖານຄວາມຜິດຂ້າຜູ້ອື່ນໂດຍເຈຕະນາ, ແຍກເດັກອາຍຸບໍ່ເກີນ 15 ປີໄປຈາກມານດາ ຜູ້ປົກຄອງ ຫຼື ຜູ້ດູແລ ໂດຍປາສະຈາກເຫດອັນຄວນ, ປ່ອຍປະລະເລີຍເດັກອາຍຸທີ່ບໍ່ເກີນ 9 ປີໄວ້ ບ່ອນໃດໜຶ່ງເພື່ອໃຫ້ເດັກພົ້ນເສຍໄປຈາກຕົນ ໂດຍເຮັດໃຫ້ເດັກບໍ່ມີຄົນເບິ່ງຈົນເຖິງແກ່ຄວາມຕາຍ, ຮ່ວມກັນກະທຳການໃດໆແກ່ສົບ ຫຼື ສະພາບແວດລ້ອມໃນບໍລິເວນສົບ ກ່ອນການຊັນນະສູດເຮັດໃຫ້ຜົນທາງຄະດີປ່ຽນໄປ.

ສ່ວນປ້າແຕ໋ນ ມີຄວາມຜິດຖານຮ່ວມກັນກະທຳການໃດໆແກ່ສົບ ຫຼື ສະພາບແວດລ້ອມໃນບໍລິເວນສົບ ກ່ອນການຊັນນະສູດເຮັດໃຫ້ຜົນທາງຄະດີປ່ຽນໄປ.

ໃນມື້ດຽວກັນນີ້ ເວລາ 12:00 ໂມງ ສານພິພາກສາຕໍ່ລຸງພົນ ມີຄວາມຜິດຕາມປະມວນກົດໝາຍອາຍາ ຖືກຈຳຄຸກ 10 ປີ ຖານກະທຳໂດຍປະໝາດເປັນເຫດໃຫ້ຜູ້ອື່ນເຖິງແກ່ຄວາມຕາຍ  ແລະ ອີກ 10 ປີ ຖານແຍກເດັກອາຍຸບໍ່ເກີນ 15 ປີ ໄປຈາກມານດາ ໂດຍປາສະຈາກເຫດອັນຄວນ, ສ່ວນປ້າແຕ໋ນແມ່ນຖືກຍົກຟ້ອງ.

ຄະດີດັ່ງກ່າວໄດ້ດຳເນີນມາ 3 ປີແລ້ວ ແລະ ເປັນຄະດີທີ່ບໍ່ວ່າຈະທັງໄທ-ລາວ ຕ່າງໃຫ້ຄວາມສົນໃຈກັບຄະດີນີ້ ເພື່ອຢາກໃຫ້ເກີດຄວາມຍຸດຕິທຳຕໍ່ຄອບຄົວຜູ້ເສຍຊີວິດ ແລະ ນ້ອງຊົມພູ່ ທີ່ໄດ້ເສຍຊີວິດໄປແລ້ວ.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...