spot_img
Home​ຂ່າວທ່ອງທ່ຽວແຂວງໄຊຍະບູລີ ຈະຈັດງານມະຫະກຳບຸນຊ້າງ ໄປພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຢ່າງຍິ່ງໃຫຍ່

ແຂວງໄຊຍະບູລີ ຈະຈັດງານມະຫະກຳບຸນຊ້າງ ໄປພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຢ່າງຍິ່ງໃຫຍ່

Published on

ໃນວັນທີ 13 ທັນວາ 2023 ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງປະຈໍາປີ 2024 ໄດ້ຖະແຫຼງວ່າ: ເພື່ອເປັນການອະນຸລັກ, ຮັກສາຊ້າງບໍ່ໃຫ້ສູນພັນແລະທັງເປັນການສືບຕໍ່ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການ ໃຫ້ຢືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວບັນດາເຜົ່າ, ໂດຍສະເພາະປະຊາຊົນຊາວແຂວງໄຊຍະບູລີ ທັງເປັນການໂຄສະນາດຶງດູດນັກທ່ອງທ່ຽວພາຍໃນແລະຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍ່ຄືແຂວງໄຊຍະບູລີ ໃຫ້ຫຼາຍຂຶ້ນ, ຈຶ່ງໄດ້ຈັດງານມະຫະກຳບຸນຊ້າງ ແລະ ໄປພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ຂຶ້ນຢ່າງເປັນທາງການ.ເຊິ່ງການຈັດງານມະຫະກໍາບຸນຊ້າງໃນປີນີ້ຈະມີກິດຈະກຳທີ່ຕິດພັນກັບປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊຍະບູລີ ທັງໝົດ 12 ກິດຈະກໍາ ຄື: ກິດຈະກໍາລະດັບຊາດ ແມ່ນກໍານົດເອົາງານມະຫາກໍາບຸນຊ້າງ ປະຈໍາປີ 2024 ແລະ ເປັນພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງ.

[metaslider id=”150112″]

ກິດຈະກໍາລະດັບແຂວງ ແມ່ນກໍານົດເອົາເທດສະການບຸນກອງເຂົ້າໃຫຍ່ ເມືອງພຽງໃນວັນທີ 9-12 ມັງກອນ 2024,ເປີດແຫຼ່ງທ່ອງທ່ຽວສູນອານຸລັກຊ້າງພູແຄນ ໃນເດືອນກຸມພາ 2024, ກິດຈະກຳລະດັບເມືອງມີ 10 ກິດຈະກໍາ.

ສຳລັບການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2024 ນີ້ ຖືວ່າເປັນຄັ້ງທີ 17 ພວກເຮົາຈະໄດ້ຈັດເປັນງານໃຫຍ່ ເຊິ່ງຈະປະກອບມີກິດຈະກຳຕ່າງໆ ດັ່ງນີ້:

ກິດຈະກຳຫຼັກ ມີຄື:

  • ວັນທີ 12 ກຸມພາ 2024 ເປີດງານຕະຫລາດນັດວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ.
  • ໃນຕອນຄໍ່າຂອງວັນທີ 12-13 ກຸມພາ 2024 ຈະມີການສະແດງສິນລະປະວັນນະຄະດີ ມີ 12 ຄະນະ, 36 ລາຍການ (ຄືນລະ 18 ລາຍການ) ແລະ ຈັດການສະແດງຄອນເສີດຂອງວົງດົນຕີ-ນັກຮ້ອງທີ່ມີຊື່ສຽງ ທີ່ພວກເຮົາຈະໄດ້ເຊີນມາຈາກນະຄອນຫຼວງວຽງຈັນ.
  • ວັນທີ 14-15 ກຸມພາ 2024 ຊ້ອມໃຫຍ່ຂະບວນແຫ່ກ້ອນສະແດງຕ່າງໆ ໃນພິທີເປີດງານ, ໃນຕອນຄໍ່າຂອງວັນທີ 14 ກຸມພາ 2024 ຈະມີການແຂ່ງຂັນປະກວດນັກຮ້ອງສຽງດີ ແລະ ດົນຕີພື້ນເມືອງ, ໃນຕອນຄໍ່າຂອງວັນທີ 15 ກຸມພາ 2024 ປະກວດນາງສາວງາມທິດາບຸນຊ້າງ.
  • ວັນທີ 16 ກຸມພາ 2024 ພິທີຕັກບາດອຸທິດສ່ວນກູສົນໃຫ້ຊ້າງ ແລະ ກວດກາຄວາມພ້ອມຮອບດ້ານ, ພ້ອມກັນນັ້ນ ໃນຕອນຄໍ່າຂອງວັນທີ 16 ກຸມພາ 2024 ພວກເຮົາກໍ່ໄດ້ຈັດການແຂ່ງຂັນຕີກອງຫາງ.
  • ວັນທີ 17 ກຸມພາ 2024 ເປີດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊຍະບູລີ ຢ່າງເປັນທາງການ ແລະ ຊົມການສະແດງໂດດຈ້ອງ.
  • ວັນທີ 18 ກຸມພາ 2024 ສືບຕໍ່ກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄຳຮູ້, ການໃຫ້ອາຫານຊ້າງ, ການບໍລິການຂີ່ຊ້າງ, ການສະແດງສິລະປະວັນນະຄະດີ ແລະ ໃນຕອນຄໍ່າຂອງວັນທີ 18 ກຸມພາ 2024 ພວກເຮົາຈະໄດ້ຊົມກອງສະແດງກາຍຍະສິນ ຈາກກອງກາຍຍະສິນແຫ່ງຊາດ.

ກິດຈະກຳປິ່ນອ້ອມ ມີຄື:

  • ກິດຈະກໍາທາງດ້ານກິລາວັນທີ 12 ກຸມພາ 2024 ກິດຈະກໍາຍ່າງເພື່ອການກຸສົນ ຈາກເດີ່ນກິລາຮົມຂອງແຂວງ ຫາ ເດີ່ນສະໜາມຫຼວງ ຫາ ສະຖານທີ່ຈັດງານຕະຫຼາດນັດ (ໃນມື້ເປີດງານຕະຫລາດນັດ),
  • ວັນທີ 14 ກຸມພາ 2024 ກິດຈະກໍາແຂ່ງຂັນຟຸດຊໍ.

ກິດຈະກໍາດ້ານການທ່ອງທ່ຽວ ມີຄື: ກາບໄຫວ້ບູຊາວັດສີບຸນເຮືອງ (ບ້ານໃຫຍ່), ຫໍຫຼັກເມືອງ ແລະ ວັດພູທອກ, ທ່ຽວຊົມສູນອະນຸລັກຊ້າງລາວ (ອ່າງນ້ຳຕຽນ), ສູນອະນຸລັກ ແລະ ຂະຫຍາຍພັນຊ້າງອາຊີ (ຢູ່ພູແຄນ) ແລະ ມູນນິທິອະນຸລັກສັດ ແລະ ສິ່ງແວດລ້ອມລາວ (ບ້ານນາຕໍໃຫຍ່), ຢ້ຽມຊົມຫໍສະໝຸດຊ້າງ ແລະ ກິດຈະກຳອານຸລັກຊ້າງຢູ່ສູນອານຸລັກຊ້າງນໍ້າຕຽນ, ນອກຈາກນີ້ຍັງມີກິດຈະກໍາແຂ່ງຂັນແຕ້ມຮູບ ແລະ ພັດກ໋ອບເພື່ອສ້າງທັກສະ ແລະ ສ້າງຈິດສໍານຶກກ່ຽວກັບຊ້າງ ໃຫ້ເຍົາວະຊົນ, ຊາວໜຸ່ມ ຢູ່ທີ່ສະໜາມຊ້າງນ້ອຍກ໋ອບ. ພ້ອມກັນນີ້ ໄດ້ມີຄວາມພ້ອມບໍລິການເຕັ້ນນອນຢູ່ແຄມນໍ້າຮຸ່ງສໍາລັບນັກທ່ອງທ່ຽວ, ຂີ່ເຮືອຊົມວິວນ້ຳຂອງ (ບ້ານທ່າເດື່ອ).

ຄຽງຄູ່ກັນນັ້ນ ແຂວງໄຊຍະບູລີຂອງພວກເຮົາ ກໍ່ໄດ້ຈັດຝຶກອົບຮົມດ້ານການບໍລິການຮ້ານອາຫານ, ບ່ອນພັກເຊົາ ແລະ ສະຖານທີ່ບໍລິການຕ່າງໆ ໃຫ້ມີຄວາມສະອາດປອດໄພ, ໄດ້ຄວບຄຸມລາຄາສິນຄ້າທີ່ສົມເຫດສົມຜົນ ເພື່ອຕອບສະໜອງໃຫ້ແກ່ແຂກ ແລະ ນັກທ່ອງທ່ຽວທີ່ໄດ້ມາທ່ຽວມາຊົມງານມະຫາກໍາບຸນຊ້າງຂອງພວກເຮົາໃນຄັ້ງນີ້ ໃຫ້ມີຄວາມປະທັບໃຈ. ບັນດາທ່ານຈະໄດ້ຮັບຂໍ້ມູນຂ່າວສານຂອງງານດັ່ງກ່າວຜ່ານທາງເພຈບຸກ, ເພຈລາວສະຕາ, ເພຈໂທລະໂຄ່ງ, ເພຈຂ່າວສົດ, ເພຈປະເທດລາວ, ເພຈ Media Laos ແລະ ເພຈ News.XBL.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ຕາງໜ້າອົງການປົກຄອງແຂວງໄຊຍະບູລີ ແລະ ໃນນາມປະທານຄະນະຮັບຜິດຊອບຈັດງານມະຫະກຳບຸນຊ້າງ ແລະ ການເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ, ຂ້າພະເຈົ້າ ຖືໂອກາດນີ້ ຂໍເຊີນຊວນບັນດາທ່ານແຂກທີ່ມີກຽດ ທ່ານຍິງ, ທ່ານຊາຍ, ນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວມາຊົມງານມະຫະກຳບຸນຊ້າງຢູ່ແຂວງໄຊຍະບູລີຂອງພວກເຮົາ ຕາມກຳນົດເວລາດັ່ງກ່າວ.

ແຫຼ່ງຂ່າວ News.XBL

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...