Home​ຂ່າວທ່ອງທ່ຽວລົງນາມບົດບັນທຶກຄວາມເຂົ້າໃຈ ພັດທະນາໂຄງການທ່ອງທ່ຽວແບບອະນຸລັກຄົບວົງຈອນ

ລົງນາມບົດບັນທຶກຄວາມເຂົ້າໃຈ ພັດທະນາໂຄງການທ່ອງທ່ຽວແບບອະນຸລັກຄົບວົງຈອນ

Published on

ໃນວາລະກອງປະຊຸມເວທີສົນທະນາ ການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້: ໜຶ່ງແລວ ໜຶ່ງເສັ້ນທາງ ບໍລິສັດ ກຸຍໂຈ ນານຊານ ຮົວຫາວ ເຢ້ຢວນ ການລົງທຶນແຫຼ່ງທ່ອງທ່ຽວວັດທະນະທຳ ຈຳກັດ ແຫ່ງ ສປ ຈີນ ແລະ ບໍລິສັດ ບໍລິເວນ ແຜ່ນດິນຄໍາທ່ອງທ່ຽວ ຈຳກັດ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ໂຄງການຮ່ວມມື ສູນການທ່ອງທ່ຽວແບບອະນຸລັກຄົບວົງຈອນ ທີ່ເມືອງປາກຊ່ອງ, ແຂວງຈຳປາສັກ ສປປ ລາວ ແລະ ສວນຈຳລອງວັດທະນຳທຳລາວ ທີ່ແຂວງກຸຍໂຈ ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ນະຄອນຫຼວງວຽງຈັນ.

ທ່ານ ລີ ຈິງ (Li Jing) ບໍລິສັດບໍລິສັດ ກຸຍໂຈ ນານຊານ ຮົວຫາວ ເຢ້ຢວນ ການລົງທຶນແຫຼ່ງທ່ອງທ່ຽວວັດທະນະທຳ ຈຳກັດ ແຫ່ງ ສປ ຈີນ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນເຫດ ຂອງການຈະລົງທຶນໃສ່ສູນການທ່ອງທ່ຽວແບບອະນຸລັກຄົບວົງຈອນ ທີ່ເມືອງປາກຊອງ ແຂວງຈຳປາສັກ ເນື່ອງຈາກວ່າຕົນເອງ ໄດ້ລົງສຳຫຼວດພື້ນທີ່ຕົວຈິງ ເຫັນວ່າໃນເຂດດັ່ງກ່າວມີຄວາມເໝາະສົມຫຼາຍດ້ານ ເປັນຕົ້ນແມ່ນຄວາມສວຍສົດງົດງາມາຂອງທຳມະຊາດ, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ, ມີອາກາດທີ່ດີ, ມີອາກາດເຢັນ ແລະ ຊັບພະຍາກອນທຳມະຊາດອຸດົມສົມບູນ ເຊິ່ງມີຄວາມຄ້າຍຄືກັນກັບ ແຫຼ່ງທ່ອງທ່ຽວ ຢູ່ກຸຍໂຈ ເມືອງກຸຍຢາງ ສປ ຈີນ, ປັດຈຸບັນສະຖານທີ່ນັ້ນ ແມ່ນໄດ້ຮັບຄວາມນິຊົມ ຈາກນັກທ່ອງທ່ຽວ ຈຶ່ງເກີດມີແນວຄິດຢາກນຳເອົາປະສົບການດັ່ງກ່າວນຳມາແບ່ງປັນ ແລະ ຊຸກຍູ້ການພັດທະນາແຫຼ່ງທ່ອງທ່ຽວຂອງ ສປປ ລາວ. ສະນັ້ນ ຕົນເອງຈຶ່ງໄດ້ເລືອກພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ຂອງສອງປະເທດ ລາວ-ຈີນ ພາຍໃຕ້ຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ.

ທ່ານ ລີ ຈິງ ຍັງໃຫ້ຮູ້ອີກວ່າ: ແຜນພັດທະນາແຫຼ່ງທ່ອງທ່ຽວ ໃນເຂດເມືອງດັ່ງກ່າວ, ຈະມີຫຼາຍພາກສ່ວນຮ່ວມກັນ ພັດທະນາເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ກໍຄື ເປັນແຫຼ່ງທ່ອງທ່ຽວທີ່ປະສົມປະສານກັບກະສິກຳ, ການຮັກສາສຸຂະພາບ, ການຜະລິດສິນຄ້າຕ່າງໆ, ໂຄງການດັ່ງກ່າວ ຈະເລີ່ມຈັດຕັ້ງປະຕິບັດໃນປີ 2024 ນີ້ ເຊິ່ງເປັນໄລຍະເປີດປີທ່ອງທ່ຽວ ສປປ ລາວ ຈະໃຊ້ເວລາປະມານ 3-5 ປີ ຈຶ່ງຈະສຳເລັດ. ຖ້າສຳເລັດຕາມແຜນ ໂຄງການດັ່ງກ່າວ ຈະຊຸກຍູ້ການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນໃຫ້ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ.

ສໍາລັບ ໂຄງການສວນຈຳລອງວັດທະນຳທຳລາວ ທີ່ແຂວງກຸຍໂຈ ຈະນໍາເອົາເອກະລັກວັດທະນະທໍາຂອງລາວ ໄປສ້າງເປັນສວນຈຳລອງວັດທະນະທຳເອກະລັກລາວຢູ່ ນານຊານ ອີຈານ ນະຄອນກຸຍຢາງ ເມືອງກຸຍໂຈ ສປ ຈີນ ເພື່ອໃຫ້ປະຊາຊົນຈີນໄດ້ຮັບຮູ້ເຖິງເອກະລັກ, ຄວາມງົດງາມຂອງຮີດຄອງປະເພນີຂອງລາວ ແລະ ຈະນໍາເອົາຜະລິດຕະພັນຫົວຄິດປະດິດສ້າງຂອງປະຊາຊົນລາວ ເປັນຕົ້ນ ຫັດຖະກຳ, ສິນຄ້າກະສິກຳຕ່າງໆໄປວາງສະແດງ ເພື່ອໃຫ້ປະຊາຊົນຈີນໄດ້ເຂົ້າມາທ່ຽວຊົມສະຖານ ແລະ ໃຫ້ເກີດມີຄວາມຄິດຢາກມາທ່ຽວຊົມ, ສຳຜັດອາກາດຂອງລາວຕົວຈິງ ໂດຍສະເພາະຢູ່ເຂດເມືອງປາກຊ່ອງ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...