spot_img
Homeຂ່າວພາຍ​ໃນກອງປະຊຸມ ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ

ກອງປະຊຸມ ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ

Published on

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ນາງ Martine Therer ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (UNDP), ອຸປະທູດຊົ່ວຄາວ ສະຖານທູດສະຫະລັດອາເມຣິກາ ປະຈຳລາວ, ທູຕານຸທູດ ຕາງ ໜ້າປະເທດທີ່ໃຫ້ທຶນ, ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານປະທານກອງປະຊຸມໄດ້ກ່າວວ່າ: ໃນໄລຍະ 1 ປີ ຜ່ານມາ, ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ ຂອງຕົນຢ່າງຕໍ່ເນື່ອງ ເພື່ອໃຫ້ສຳເລັດຕາມເປົ້າໝາຍຍຸດທະສາດແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຍັງໄດ້ເຊື່ອມສານເຂົ້າໃນຂະແໜງການສຶກສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ. ຜ່ານການຊີ້ນຳ-ນຳພາ ແລະ ເຄື່ອນໄຫວ ຂອງຄະນະກຳມະການຄຸ້ມຄອງແກ້ໄຂບັນຫາ ລະເບີດບໍ່ທັນແຕກ ແຕ່ລະຂັ້ນ ໂດຍສະເພາະແມ່ນການໂຄສະນາສຶກສາຄວາມສ່ຽງໄພ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການສຳຫຼວດ-ກວດກູ້ ແລະ ທຳລາຍ, ການຄຸ້ມຄອງການເຄື່ອນໄຫວອົງການປະຕິບັດງານ ລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ເຫັນໄດ້ວ່າສາມາດຕອບສະໜອງຕາມແຜນການໃນແຕ່ລະໄລຍະ ໃນການພັດທະນາ ເສດຖະກິດ-ສັງຄົມ.

ຄ່ຽງຄູ່ກັບຜົນສຳເລັດດັ່ງກ່າວ ເຫັນວ່າຍັງມີບາງສິ່ງທ້າທາຍ ທີ່ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຮ່ວມກັນ ລວມທັງການວາງແຜນເພື່ອຮັດແໜ້ນການປະສານງານ ແລະ ຮ່ວມມືກັບທຸກພາກສ່ວນ. ວຽກງານແກ້ໄຂລະເບີດບໍ່ທັນແຕກ ທີ່ຕົກຄ້າງເປັນວຽກບຸລິມະສິດ, ກະຊວງການຕ່າງປະເທດຈະໝູນໃຊ້ທ່າແຮງຂອງຕົນໃນການປະສານງານກັບທຸກພາກສ່ວນ ເພື່ອຈັດຕັ້ງປະຕິບັດວຽກງານ ໃຫ້ດຳເນີນຕາມທິດທີ່ໄດ້ວາງໄວ້ຢ່າງມີປະສິດທິພາບ ແລະ ມີທ່າກ້າວໃໝ່ໂດຍສອດຄອງຕາມຄວາມຕ້ອງການຂອງທ້ອງຖິ່ນ ແລະ ຍົກສູງຖານະບົດບາດ ສປປ ລາວ ໃນເວທີສາກົນ.

ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຟັງການລາຍງານເຊັ່ນ: ລາຍງານຜົນສຳເລັດ ແລະ ສິ່ງທ້າທາຍ ແລະ ໂອກາດໃນການດຳເນີນການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທົ່ວປະເທດ, ຮັບຟັງການລາຍງານ ມອບໂອນ-ວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ມາຂຶ້ນກັບກະຊວງການຕ່າງປະເທດ, ສະເໜີການປັບປຸງກົນໄກກອງປະຊຸມ Sector WorKing G roup ພາຍໃຕ້ການຊີ້ນຳຂອງກະຊວງການຕ່າງປະເທດ ລວມທັງແຜນການປັບປຸງວຽກງານດັ່ງກ່າວໃນອະນາຄົດ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...