spot_img
Homeຂ່າວພາຍ​ໃນປກສ ແຂວງຫຼວງນ້ຳທາ ເກັບກູ້ຂອງກາງຄະດີປະເພດລົດຈັກຄືນມາໄດ້ 15 ຄັນ

ປກສ ແຂວງຫຼວງນ້ຳທາ ເກັບກູ້ຂອງກາງຄະດີປະເພດລົດຈັກຄືນມາໄດ້ 15 ຄັນ

Published on

ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ, ທີ່ຢູ່ພາຍໃນແຂວງ ຫຼວງນໍ້ທາ, ແລະ ຂອບເຂດທົ່ວປະເທດ ທີ່ລົດຈັກຕົນເອງເສຍຫາຍ ໃນຊວງໄລຍະ ປີ 2022 ຫາ ວັນທີ 20 ພຶດສະພາ ປີ 2023.

ປັດຈຸບັນທາງເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ – ສອບສວນ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ເກັບກູ້ຂອງກາງຄະດີປະເພດລົດຈັກຄືນມາໄດ້ ແລະ ເກັບຮັກສາໄວ້ຈໍານວນ 15 ຄັນ ໃນນີ້ມີລົດຈັກຍີ້ຫໍ້ ຫົງດ້າ( HONGDA ) ເວບຈີນ 110 ໄອ ແລະ ຍີ້ຫໍ້ ຮອນກາ( HONGA ) ຈໍານວນ 4 ຄັນ, ລົດຈັກຍີ້ຫໍ້ ຮອນດ້າ( HONDA ) ເວບ 100 ຈໍານວນ 11 ຄັນ ( ລົດຈໍານວນ 15 ຄັນແມ່ນບໍ່ມີປ້າຍທະບຽນ ).

ປັດຈຸບັນ ທາງເຈົ້າໜ້າທີ່ແມ່ນໄດ້ເກັບຮັກສາໄວ້ຢູ່ພະແນກຕໍາຫຼວດສືບສວນ – ສອບສວນ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ ຫຼວງນໍ້າທາ.

ຫ້ອງຕໍາຫຼວດຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ, ທີ່ຢູ່ພາຍໃນແຂວງຫຼວງນໍ້ທາ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ລົດຈັກຕົນເອງໄດ້ເສຍຫາຍ ຫຼື ຖືກຄົນຮ້າຍລັກໄປແມ່ນໃຫ້ນໍາເອົາເອກກະສານລົດຈັກມາທຽບເລກຈັກ, ເລກຖັງນໍາເຈົ້າໜ້າ ທີ່ຕໍາຫຼວດສືບສວນ – ສອບສວນ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງ ຫຼວງນໍ້າທາຕາມໂມງລັດຖະການ ພາຍໃນກໍານົດເວລາ 90 ວັນ ນັບແຕ່ມື້ແຈ້ງການເປັນຕົ້ນໄປ ຖ້າກາຍແມ່ນຈະໄດ້ຢຶດເຂົ້າເປັນຂອງລັດ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...