Homeຂ່າວກິລາການແຂ່ງຂັນບານສົ່ງໃນຮົ່ມ ລາຍການ Beerlao Volleyball Championship 2023

ການແຂ່ງຂັນບານສົ່ງໃນຮົ່ມ ລາຍການ Beerlao Volleyball Championship 2023

Published on

ການແຂ່ງຂັນກິລາບານສົ່ງໃນຮົ່ມ ເບຍລາວ ແຊ໋ມປ້ຽນຊິບ 2023 (Beerlao Volleyball Championship 2023) ໄດ້ສໍາເລັດໃນວັນທີ 10 ທັນວາ 2023 ນີ້ ຊຶ່ງແຂ່ງຂັນກັນຢູ່ສະໂມສອນກິລາບານສົ່ງໃນຮົ່ມ ກອງທັບ (ຫຼັກ 5) ເມືອງໄຊເຊດຖາ, ນະຄອນຫຼວງ ວຽງຈັນ ເລີ່ມແຕ່ວັນທີ 4 ພະຈິກ 2023 ເປັນຕົ້ນມາ.

ການແຂ່ງຂັນຄັ້ງນີ້ ປະເພດຊາຍ ມີ 8 ສະໂມສອນ ແລະ ປະເພດຍິງ ມີ 6 ສະໂມສອນ ເຂົ້າຮ່ວມການແຂ່ງ ຂັນ ໂດຍໄດ້ຮັບການອຸປະຖໍາຈາກ ບໍລິສັດ ເບຍລາວ ຈໍາກັດ ມູນຄ່າ 350 ລ້ານກີບ. ການແຂ່ງຂັນທັງປະເພດຊາຍ ແລະ ຍິງ ແມ່ນແຂ່ງຂັນແບບພົບກັນໝົດ ແລະ ແຂ່ງສະເພາະວັນເສົາ ແລະ ວັນອາທິດ. ທີມໃດໄດ້ຄະແນນຫລາຍກວ່າໄດ້ແຊ້ມໄປຄອງ.

ຜົນການແຂ່ງຂັນປະເພດຊາຍ: ຊະນະເລີດ ສະໂມສອນ ອິນທະສອນ ວີຊີ ໄດ້ຮັບຂັນ 1 ໜ່ວຍ, ພ້ອມຫລຽນຄໍາແລະເງິນສົດ 25 ລ້ານກີບ, ຮອງຊະນະເລີດ ສະໂມສອນກອງທັບ ໄດ້ຮັບຂັນ 1 ໜ່ວຍ, ພ້ອມຫລຽນເງິນ ແລະເງິນສົດ 15 ລ້ານກີບ, ອັນດັບ 3 ສະໂມສອນ ລາວສະກາຍເວ ໄດ້ຮັບຫລຽນທອງ ພ້ອມເງິນສົດ 10 ລ້ານກີບ, ອັນດັບທີ 4 ສະໂມສອນ Grow-up ວີຊີ ໄດ້ຮັບເງິນສົດ 7 ລ້ານກີບ, ອັນດັບທີ 5 ວິທະຍາຄານ ສັນຕິບານ ປະຊາຊົນ ກະຊວງ ປກສ ໄດ້ຮັບເງິນສົດ 6 ລ້ານກີບ, ອັນດັບທີ 6 ສະໂມສອນ ວຽງຈັນ ວີຊີ ໄດ້ຮັບເງິນສົດ 5 ລ້ານກີບ, ອັນດັບທີ 7 ສະໂມສອນ ມາສເຕີ 7 ວີຊີ ໄດ້ຮັບເງິນສົດ 4 ລ້ານກີບ, ອັນດັບທີ 8 ສະໂມສອນ ອິນເທັນເຊີນ ໄດ້ຮັບເງິນສົດ 3 ລ້ານກີບ.

ຜົນການແຂ່ງຂັນປະເພດຍິງ: ຊະນະເລີດ ສະໂມສອນ ກົມໃຫຍ່ການເມືອງກອງທັບ ໄດ້ຮັບຂັນ 1 ໜ່ວຍ, ພ້ອມຫລຽນຄໍາ ແລະ ເງິນສົດ 15 ລ້ານກີບ, ຮອງຊະນເລີດ ສະໂມສອນ ກອງທັບ ໄດ້ຮັບຂັນ 1 ໜ່ວຍ, ພ້ອມຫລຽນເງິນ ແລະ ເງິນສົດ 10 ລ້ານກີບ, ອັນດັບທີ 3 ສະໂມສອນ ວຽງຈັນ ວີຊີ ໄດ້ຮັບຫລຽນທອງ ພ້ອມເງິນສົດ 7 ລ້ານກີບ, ອັນດັບທີ 4 ສະໂມສອນ ອິນທະສອນ ວີຊີ ໄດ້ຮັບເງິນສົດ 5 ລ້ານກີບ, ອັນດັບທີ 5 ສະໂມສອນ ມາສເຕີ 7 ເອັບຊີ ໄດ້ຮັບເງິນສົດ 4 ລ້ານກີບ, ອັນດັບທີ 6 ສະມໂສອນ ເອັດອີຊີ ວິຊີ ໄດ້ຮັບເງິນສົດ 3 ລ້ານກີບ.

ນອກຈາກນີ້ ຍັງມີລາງວັນເສີບບານດີເດັ່ນຍິງ-ຊາຍ, ບ໋ອກດີເດັ່ນຍິງ-ຊາຍ, ບານໄວດີເດັ່ນຍິງ-ຊາຍ, ບານ 3 ຫຼັງດີເດັ່ນ ຍິງ-ຊາຍ ແລະ ລາງວັນອື່ນໆ. ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ຈັນສະໝອນ ຜອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...