ສະເຫຼີມສະຫຼອງ 50 ປີ ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ

0
540

ພິທີສະເຫຼີມສະຫຼອງ 50 ປີ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ ສຳລັບເດັກ (ຢູນີເຊບ) ປະຈຳ ສປປ ລາວ ຈັດຂຶ້ນໃນວັນທີ 22 ພະຈິກ 2023 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນີເຊບ ປະຈຳ ສປປ ລາວ ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ອົງການຢູນີເຊບ ແມ່ນຄູ່ຮ່ວມພັດທະນາໜຶ່ງທີ່ສໍາຄັນ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເລີ່ມແຕ່ປີ 1973 ຈົນເຖິງປັດຈຸບັນ. ຜົນສໍາເລັດທີ່ພົ້ນເດັ່ນອັນໜຶ່ງ ແມ່ນການຈັດກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດ ຄັ້ງທຳອິດ ຢູ່ ສປປ ລາວ ໃນເດືອນພຶດສະພາ 2023 ຜ່ານມາ ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນຈາກອົງການຢູນີເຊບ ຮ່ວມກັບທະນາຄານໂລກ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລືຢ່າງກົງໄປກົງມາ, ສ້າງສັນ ແລະ ໄດ້ກໍານົດມາດຕະການໃນການແກ້ໄຂ ການສູນເສຍການຮຽນຂອງນັກຮຽນ ໃນໄລຍະມີການແພ່ລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນໃຫ້ເດັກໃນກຸ່ມອາຍຸ ເຂົ້າຮຽນໄດ້ກັບເຂົ້າມາຮຽນໃນໂຮງຮຽນຢ່າງເປັນປົກກະຕິ.

ການປະກອບສ່ວນຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ບັນດາແຂວງ, ນະຄອນຫຼວງ, ບັນດາຄູ່ຮ່ວມພັດທະນາ ແລະ ການຈັດຕັ້ງທຸກພາກສ່ວນໃນສັງຄົມ ໄດ້ເຮັດໃຫ້ ສປປ ລາວ ສາມາດຍາດໄດ້ຜົນສຳເລັດ, ສືບຕໍ່ມີການພັດທະນາ ແລະ ຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນຂົງເຂດສັງຄົມ: ຂະແໜງການສຶກສາໄດ້ມີບາດກ້າວຂະຫຍາຍດີສົມຄວນ, ເຊິ່ງອັດຕາເຂົ້າຮຽນສຸດທິໃນຊັ້ນປະຖົມສຶກສາຈາກ 40% ໃນປີ 1973 ໄດ້ເພີ່ມຂຶ້ນຫຼາຍກວ່າ 95% ໃນປັດຈຸບັນ, ພ້ອມກັບການເພີ່ມຂຶ້ນຂອງຈຳນວນໂຮງຮຽນປະຖົມຂອງລັດ ຈາກ 3.600 ເພີ່ມມາເປັນ 9.000 ກວ່າແຫ່ງແລ້ວ. ພິເສດໄປກວ່ານັ້ນ, ກໍາລັງການສິດສອນໄດ້ເພີ່ມຂຶ້ນຈາກ 8.000 ຄົນ ມາເປັນ 33.799 ຄົນ, ປັດຈຸບັນ ສ່ວນຫຼາຍໄດ້ຜ່ານການຝຶກອົບຮົມຢ່າງເປັນທາງການໝົດແລ້ວ. ໄປຄຽງຄູ່ກັບການເຕີບໂຕດ້ານປະລິມານດັ່ງກ່າວ, ສປປ ລາວ ໄດ້ສຸມໃສ່ການຍົກສູງຄຸນນະພາບການສຶກສາ ໂດຍຜ່ານການສ້າງຄູ-ອາຈານ, ປັບປຸງຫລັກສູດ ແລະ ການເຊື່ອມໂຍງເຕັກໂນໂລຊີການສຶກສາໃໝ່ໆ. ນອກ ຈາກນີ້, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໄດ້ຖືກຍົກລະດັບໃຫ້ເທົ່າທຽມສາກົນ, ປັດຈຸບັນ ອັດຕາເຂົ້າຮຽນສຸດທິຂອງເດັກຍິງ-ຊາຍ ເທົ່າກັບ 95% ໃນລະດັບປະຖົມ.

ສຳລັບ ຂະແໜງສາທາລະນະສຸກ ກໍໄດ້ມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນ ຈາກທີ່ມີໂຮງໝໍພຽງ 16 ແຫ່ງ, ໂຮງໝໍນ້ອຍ 6 ແຫ່ງ ແລະ ຈຸດຈຳໜ່າຍຢາ 148 ແຫ່ງ ໃນປີ 1973. ໃນປັດຈຸບັນ, ມີໂຮງໝໍແຂວງ 18 ແຫ່ງ ແລະ ໂຮງໝໍນ້ອຍ 1.075 ແຫ່ງ ພ້ອມດ້ວຍໂຮງໝໍຊຸມຊົນ ແລະ ສູນກາງ. ພ້ອມນີ້, ຈຳນວນບຸກຄະລາກອນໃນຂະແໜງສາທາລະນະສຸກ ກໍມີການຂະຫຍາຍຕົວເຊັ່ນດຽວກັນ ຈາກທ່ານໝໍ 12 ຄົນໃນປີ 1976 ມາເປັນ 4.336 ຄົນ, ຜະດຸງຄັນ 3.728 ຄົນ ແລະ ພະຍາບານ 4.577 ຄົນໃນປັດຈຸບັນ. ຜົນໄດ້ຮັບນີ້, ເປັນຄວາມກ້າວໜ້າທີ່ສຳຄັນ ໃນການຫຼຸດອັດຕາການຕາຍຂອງແມ່ ຈາກ 905 ຄົນຕໍ່ 100.000 ຄົນ ໃນປີ 1990 ຫຼຸດລົງມາເປັນພຽງແຕ່ 126 ຄົນ ໃນປີ 2022 ແລະ ການຕາຍຂອງເດັກນ້ອຍຈາກ 170 ຄົນຕໍ່ 1.000 ຄົນ ຫຼຸດລົງມາເປັນພຽງ 46 ຄົນຕໍ່ 1.000 ຄົນ. ອັດຕາການປົກຄຸ້ມການສັກຢາພູມຄຸ້ມກັນໄດ້ເພີ່ມຂຶ້ນຈາກຕໍ່າກວ່າ 30% ເປັນຫຼາຍກວ່າ 90%, ສໍາລັບພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນເປັນສ່ວນຫຼາຍ.

ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ໄດ້ກ່າວວ່າ: ຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາ, ພວກເຮົາໄດ້ສ້າງຄວາມຄືບໜ້າຢ່າງໂດດເດັ່ນ ໃນການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍ ແລະ ໄວໜຸ່ມລາວ. ເຖິງແມ່ນວ່າຍັງມີສິ່ງທ້າທາຍຫລົງເຫຼືອຢູ່, ຄວາມພະຍາຍາມຮ່ວມຂອງຢູນິເຊບນັ້ນ ກໍໄດ້ນຳໄປສູ່ຄວາມກ້າວໜ້າອັນສຳຄັນ ໃນວຽກງານການປົກປ້ອງ ແລະ ສົ່ງເສີມສິດທິເດັກ ບໍ່ວ່າຈະເປັນສິດທິຕໍ່ສຸຂະພາບທີ່ດີ, ການເຂົ້າເຖິງການສຶກສາ, ຄວາມສຸກ, ສິດໃນການຮັບການປົກປ້ອງ, ໂພຊະນາການທີ່ດີ, ສິດໃນການເຂົ້າເຖິງນ້ຳສະອາດ, ສຸຂາພິບານ ແລະ ສິດທິໃນການມີສ່ວນຮ່ວມ. ການສະເຫຼີມສະຫຼອງຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຜົນສຳເລັດໃນອະດີດເທົ່ານັ້ນ ແຕ່ຍັງເປັນການຢັ້ງຢືນຄືນເຖິງຄຳໝັ້ນສັນຍາ ຂອງພວກເຮົາທີ່ມີຕໍ່ລູກຫຼານຂອງ ສປປ ລາວ ທຸກຄົນ. ດ້ວຍເຫດນີ້, ມັນຈິ່ງເປັນສິ່ງສຳຄັນທີ່ພວກເຮົາຕ້ອງເອົາໃຈໃສ່ຈັດເອົາໄວໜຸ່ມເປັນຈຸດໃຈກາງຂອງນະໂຍບາຍ ແລະ ການລົງທຶນໃນປະເທດ ເນື່ອງຈາກການລົງທຶນໃນເດັກ ແມ່ນມີຄວາມສຳຄັນທີ່ສຸດເພື່ອບັນລຸເປົ້າໝາຍພັດທະນາຂອງພວກເຮົາ ແລະ ປະເທດ.

ແຫຼ່ງຂ່າວ ປະເທດລາວ