spot_img
Homeຂ່າວຄວາມສະຫງົບເລັ່ງແກ້ໄຂບັນດາຮ້ານອາຫານ ແລະ ຮ້ານບັນເທີງທີ່ດຳເນີນທຸລະກິດຜິດລະບຽບການ

ເລັ່ງແກ້ໄຂບັນດາຮ້ານອາຫານ ແລະ ຮ້ານບັນເທີງທີ່ດຳເນີນທຸລະກິດຜິດລະບຽບການ

Published on

ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ຫຼວງວຽງຈັນ (ຖວທ) ຫົວໜ້າຈຸ 3 ຄະນະສະເພາະກິດ ແກ້ໄຂສຽງດັງເນື່ອງນັນ ຢູ່ເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ພ້ອມເຈົ້າໜ້າທີ່ຕຳຫຼວດ ປກສ ນວ ປກສ ເມືອງ ຫ້ອງການ ຖວທ ເມືອງ ໄດ້ລົງຕິດຕາມກວດກາ ແລະ ແກ້ໄຂສຽງດັ່ງເນື່ອງນັນ ໃນທຸລະກິດຮ້ານອາຫານ ແລະ ຮ້ານບັນ ເທີງ ໃນວັນທີ 18-19 ພະຈິກ 2023.

ທ່ານ ແກ້ວວິໄລສັກ ແສນສັກດາ ກ່າວວ່າ: ການລົງເຄື່ອນ ໄຫວວຽກງານຄັ້ງນີ້ ແມ່ນອີງຕາມຂໍ້ ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 940/ຈນວ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຕິດຕາມ ກວດກາ ແລະ ແກ້ ໄຂສຽງດັ່ງເນື່ອງນັນ ໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງໃນນະຄອນຫຼວງວຽງຈັນ ເພື່ອແກ້ໄຂບັນດາຮ້ານອາຫານ ແລະ ຮ້ານບັນເທີງ ທີ່ດຳເນີນທຸລະກິດຜິດລະ ບຽບ ຄື: ບໍ່ມີໃບອະນຸຍາດດຳເນີນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ເປີດບໍລິການກາຍໂມງທີ່ໄດ້ກຳນົດ ເສບດົນຕຣີ ຫຼື ເປີດເຄື່ອງສຽງດັງກາຍລະບຽບທີ່ກຳນົດ ເສບດົນຕຣີ ເປີດເຄື່ອງສຽງກາຍໂມງ ແລະ ມີສຽງດັ່ງເນື່ອງນັນ.
ຜ່ານການລົງກວດກາຕົວຈິງ ພົບເຫັນຮ້ານເປົ້າໝາຍທີ່ລະເມີນລະບຽບການທັງໝົດ 7 ຮ້ານ. ໃນນັ້ນ, ເມືອງສີສັດຕະນາກ 5 ຮ້ານ (ຮ້ານອາຫານອິນດີ 98, ຮ້ານອາຫານຕັ້ງຫຼັກ, ຮ້ານບັນເທີງລັກ ສຕິກ, ຮ້ານບັນເທິງຟີນີກ, ຮ້ານບັນເທີງດີພັລສ) ເມືອງຫາດຊາຍຟອງ (ຮ້ານອາຫານ SIX PACK, ຮ້ານອາຫານຕົ້ນເຂົ້າ).

ສຳລັບຮ້ານອາຫານ ແລະ ຮ້ານບັນເທີງ 7 ຮ້ານນີ້ ແມ່ນໄດ້ເຮັດບັນທຶກປັບໄໝຕາມລະບຽບ ແລະ ໄດ້ອອກໜັງສືແຈ້ງເຊີນໃຫ້ເຈົ້າຂອງທຸລະກິດ ໄປເສຍຄ່າປັບໄໝຢູ່ກອງບັນຊາ ການ ປກສ ນວ ຕາມລະບຽບ. ສໍາລັບບັນຫາທີ່ພົບເຫັນ ແມ່ນເຈົ້າຂອງທຸລະກິດຮ້ານອາຫານບໍ່ມີໃບອະນຸຍາດດໍາເນີນທຸລະກິດ ເປີດເຄື່ອງສຽງກາຍໂມງເວລາທີ່ທາງການໄດ້ກໍານົດ 23:00 ໂມງ ເປີດເຄື່ອງສຽງກ່າຍກໍານົດ 80 ດີຊີເບວ ຮ້ານບັນເທີງແມ່ນຍັງມີການລະເມີດເວລາເປີດບໍລິ ການຮອດ 3 ໂມງເຊົ້າ ເຊັ່ນ: ຮ້ານບັນເທິງຟີນີກ, ຮ້ານບັນ ເທີງດີພັລສ ແລະ ຮ້ານບັນເທີງລັກສຕິກ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...