spot_img
Homeຂ່າວຕ່າງປະເທດຈີນຈັບກຸມ ໂຈວ ຢົ່ງຄັງ ອະດີດກົມການເມືອງ ຂໍ້ຫາສໍ້ລາດບັງຫລວງ!

ຈີນຈັບກຸມ ໂຈວ ຢົ່ງຄັງ ອະດີດກົມການເມືອງ ຂໍ້ຫາສໍ້ລາດບັງຫລວງ!

Published on

EyWwB5WU57MYnKOuFIww4rrrbkjasTYzTbyxAgMt8wROgEExc9lt28

 

ທາງການຈີນ ຈັບກຸມທ່ານ ໂຈວ ຢົ່ງຄັງ ອະດີດເຈົ້າໜ້າທີ່ລະດັບສູງຂອງຈີນ ເພື່ອສອບສວນດຳເນີນຄະດີໃນຂໍ້ຫາສໍ້ລາດ

ບັງຫລວງ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 6 ທັນວາຜ່ານມານີ້ວ່າ ທ່ານ ໂຈວ ຢົ່ງຄັງ ກຳມະການກົມການເມືອງສູນກາງພັກ

ກອມມູນິດຈີນ ໄດ້ຖືກຂັບໄລ່ອອກຈາກສະມາຊິກພັກ ແລະ ຖືກຈັບກຸມແລ້ວ ເພື່ອດຳເນີນການສືບສວນສອບສວນ ໃນຄະດີ

ທີ່ກ່ຽວພັນໃນເລື່ອງການສໍ້ລາດບັງຫລວງ.

 

ສຳນັກງານອົງການໄອຍະການປະຊາຊົນສູງສຸດຈີນ ໄດ້ອອກຖະແຫລງການຢືນຢັນການຈັບກຸມຕົວຂອງທ່ານ ໂຈວ ໃນຄືນ

ວັນສຸກທີ 5 ທັນວາ 2014 ຜ່ານມາ ແລະ ໄດ້ລະບຸວ່າ ຈະດຳເນີນການສອບສວນທ່ານ ໂຈວ ໃນຂໍ້ຫາສໍ້ລາດບັງຫລວງ ຢ່າງ

ເປັນທາງການ ເຊັ່ນດຽວກັນກັບອະດີດຜູ້ຊ່ວຍ ແລະ ຍາດຕິພີ່ນ້ອງຂອງເຂົາ ທີ່ໄດ້ຖືກຈັບກຸມເພື່ອສືບສວນໃນຂໍ້ຫາດຽວ

ກັນມາແລ້ວໃນກ່ອນໜ້ານີ້.

 

ທັງນີ້ ທ່ານ ໂຈວ ຢົ່ງຄັງ ອາຍຸ 70 ປີ ໄດ້ຖືກກ່າວຫາໃນຄວາມຜິດຫລາຍຂໍ້ເຊັ່ນ ລະເມີດກົດລະບຽບຂອງພັກຢ່າງຮ້າຍແຮງ,

ຮັບເງິນສິນບົນຈຳນວນມະຫາສານ, ເປີດເຜີຍຄວາມລັບຂອງພັກກອມມູນິດຈີນ ແລະ ຂອງຊາດ ຕະຫລອດເຖິງຂໍ້ຫາຄົບ

ຊູ້ພົວພັນກັບຍິງສາວຫລາຍຄົນ.

 

ປະທານາທິບໍດີ ສີ ຈິ້ນຜິງ ໄດ້ດຳເນີນນະໂຍບາຍກວາດລ້າງການສໍ້ລາດບັງຫລວງພາຍໃນພັກ ແລະ ລັດຖະບານຢ່າງແຂງ

ແຮງ ນັບຕັ້ງແຕ່ເຂົາໄດ້ກ້າວຂຶ້ນສູ່ຕຳແໜ່ງເລຂາທິການໃຫຍ່ພັກ ແລະ ປະທານາທິບໍດີ ແຫ່ງ ສປ ຈີນ ໃນປີ 2012 ເປັນ

ຕົ້ນມາ ເຊິ່ງໄດ້ເຮັດໃຫ້ມີການດຳເນີນຄະດີກັບເຈົ້າໜ້າທີ່ລະດັບສູງຫລາຍຄົນ ເຊັ່ນ: ພົນເອກ ຊູ ໄຊ່ໂຫວ ອະດີດກຳມະການ

ກົມການເມືອງສູນກາງພັກ ແລະ ທ່ານ ປົວ ຊີໄຫລ ເລຂາຄະນະພັກເທດສະບານນະຄອນສົງຊິ່ງ ດັ່ງນີ້ເປັນຕົ້ນ.

 

557000012660302
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານາທິບໍດີ ແຫ່ງ ສປ ຈີນ

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...