spot_img
Homeຂ່າວຕ່າງປະເທດຫວຽດນາມ ສົ່ງອອກເຂົ້າຈ້າວໄປຈີນ 33,7% ຂອງເຂົ້າສົ່ງອອກ

ຫວຽດນາມ ສົ່ງອອກເຂົ້າຈ້າວໄປຈີນ 33,7% ຂອງເຂົ້າສົ່ງອອກ

Published on

20130520081342-xuat-khau-gao-vn-png

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ອີງຕາມບົດລາຍງານທີ່ສະມາຄົມສະບຽງອາຫານຫວຽດນາມ ຍື່ນໃຫ້ກະຊວງອຸດສາ

ຫະກຳ ແລະ ການຄ້າຫວຽດນາມ, ມາຮອດປະຈຸບັນ ຍອດບໍລິມາດເຂົ້າຈ້າວທີ່ບັນດາວິສາຫະກິດ ໄດ້ເຊັນໃນສັນຍາການຄ້າ

ຂາອອກນັ້ນ ແມ່ນບັນລຸເຖິງ 6.909.000 ໂຕນ, ເມື່ອທຽບໃສ່ປີ 2013 ແລ້ວ ແມ່ນໄດ້ເພີ່ມຂຶ້ນ 1,54%. ໃນນັ້ນ, ຈຳນວນ

ເຂົ້າຈ້າວທີ່ໄດ້ສົ່ງອອກແລ້ວ ບັນລຸເຖິງ 5.490.000 ໂຕນ ໂດຍມີຍອດມູນຄ່າການຄ້າຂາອອກ ບັນລຸເຖິງ 2 ຕື້ 390 ລ້ານ

ໂດລາ.

 

ຈີນຍັງເປັນຕະຫຼາດຂາອອກທີ່ໃຫຍ່ທີ່ສຸດຂອງເຂົ້າຈ້າວຫວຽດນາມ ເຊຶ່ງຫວຽດນາມມີເຂົ້າຈ້າວຂາອອກ 1.830.000 ໂຕນ

ໄປສູ່ ສປ ຈີນ ເຊິ່ງໄດ້ກວມເອົາ 33,7% ຂອງຍອດຜະລິດຕະພັນຈຳນວນເຂົ້າຈ້າວສົ່ງອອກຂອງຫວຽດນາມ; ຖັດຈາກນັ້ນ

ແມ່ນປະເທດຟີລິບປິນ ເປັນອັນດັບທີ 2 ມີ 1.270.000  ໂຕນ, ມາເລເຊຍ 384.000 ໂຕນ ແລະ ອິນໂດເນເຊຍ 147.000

ໂຕນຕາມລຳດັບ.

 

 

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...