ກຸ່ມ IS ປະທະເດືອດໃນຊີເຣຍ ຂ້າໂຫດທະຫານລັດຖະບານ 30 ຄົນ!

583699-01

 

ກຸ່ມລັດອິດສະລາມ ບຸກໂຈມຕີໜັກໃສ່ທະຫານຊີເຣຍ ສັງຫານທະຫານດັບນັບສິບຄົນ ພ້ອມຍຶດສະຖານທີ່ລັດຖະການ

ຂອງລັດຖະບານ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ທັນວາ 2014 ຜ່ານມານີ້ວ່າ ກຸ່ມກໍ່ການຮ້າຍລັດອິດສະລາມ ຫລື ໄອເອັສ

ໄດ້ຍົກລະດັບປະຕິບັດການຮຸນແຮງ ຕໍ່ສູ້ກັບເຈົ້າໜ້າທີ່ຂອງລັດຖະບານຊີເຣຍ ໂດຍມຸ່ງເປົ້າໃສ່ສະຖານີຂົນສົ່ງຂອງລັດ

ຖະບານ ໂດຍໃນມື້ວັນທີ 3 ທັນວາຜ່ານມາ ໄດ້ມີການປະທະກັນໃນສະໜາມບິນເມືອງ ເດຍ ແອັດ ຊໍ ຫ່າງຈາກທີ່ໝັ້ນ

ຂອງກອງກຳລັງຫົວຮຸນແຮງ ໃນເມືອງຣັກກະ ປະມານ 500 ກິໂລແມັດ ໂດຍຂໍ້ມູນລ່າສຸດລາຍງານວ່າ ກຸ່ມກໍ່ການຮ້າຍ

ຂັບລົດບັນທຸກລະເບີດສະຫລະຊີບເຂົ້າໄປສະໜາມບິນຂອງກອງທັບລັດຖະບານ ເຮັດໃຫ້ມີທະຫານເສຍຊີວິດ 30 ຄົນ

ແລະ ຍັງສັງຫານໂຫດ ດ້ວຍການຕັດຫົວເຈົ້າໜ້າທີ່ທະຫານ ໃນລະຫວ່າງການປະທະກັນອີກ 19 ຄົນ.

 

ທັງນີ້ ກຸ່ມໄອເອັສ ຍັງໄດ້ຍຶດລົດຕັງອີກ 4 ຄັນ ພ້ອມທັງອາວຸດໜັກອີກຈຳນວນຫລາຍ ໂດຍໄດ້ບຸກເຂົ້າຍຶດຫໍພິພິທະພັນ

ແລະ ສະຖານີນ້ຳປະປາຂອງເມືອງອີກດ້ວຍ.