spot_img
Homeຂ່າວພາຍ​ໃນຂົວຫ້ວຍທ່າຮາວຫັກ ລະຫວ່າງບ້ານສີວິໄລ ຫາ ບ້ານທ່າຄໍ້ ເມືອງໄຊບູລີ ແຂວງສະຫວັນນະເຂດ

ຂົວຫ້ວຍທ່າຮາວຫັກ ລະຫວ່າງບ້ານສີວິໄລ ຫາ ບ້ານທ່າຄໍ້ ເມືອງໄຊບູລີ ແຂວງສະຫວັນນະເຂດ

Published on

ໃນຕອນເຊົ້າວັນທີ 5 ພະຈິກ 2023 ໂຄງການສ້ອມແປງທາງຫຼວງແຫ່ງຊາດເລກທີ 14 ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ, ອຳນາດການປົກຄອງບ້ານສີວິໄລ ພ້ອມດ້ວຍ ປກສ ກຸ່ມບ້ານ ແລະ ບໍລິສັດຊານໄຊກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດ ໄດ້ລົງກວດກາສະຖານທີ່ຕົວຈິງ ຂົວຫ້ວຍທ່າຮາວ ລະຫວ່າງບ້ານສີວິໄລ ຫາ ບ້ານທ່າຄໍ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ຕາມເສັ້ນທາງຫຼວງແຫ່ງຊາດເລກທີ 11 ທີ່ໄດ້ຮັບການເປ່ເພ.

ຜ່ານການກວດກາ ເຫັນລົດເຄນຫຼື ລົດຍົກໃຫຍ່ ນໍ້າໜັກລວມ 42 ໂຕນ ຢູ່ກາງຂົວຫ້ວຍທ່າຮາວ, ຂົວດັ່ງກ່າວ ເປັນຂົວເບເລ ສາມາດຮັບນຳ້ໜັກໄດ້ 8 ໂຕນ; ຕາມການສອບຖາມ,ສືບສວນ ຜູ້ທີ່ຢູ່ໃນເຫດການໄດ້ໃຫ້ຂໍ້ມູນວ່າ: ເວລາປະມານ 22 ໂມງ ຂອງວັນທີ 4 ພະຈິກ 2023, ລົດຍົກໄດ້ແລ່ນມາຈາກເມືອງໜອງບົກ ແຂວງຄຳມ່ວນ ລົດດັ່ງກ່າວ ເປັນລົດຂອງບໍລິສັດ ຊານໄຊກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດ ໄດ້ແລ່ນຜ່ານຂົວປາກເຊບັ້ງໄຟ ຊາຍແດນ ສະຫວັນນະເຂດ-ຄຳມ່ວນ ຈຸດປະສົງລົດດັ່ງກ່າວມຸ່ງໜ້າໄປແຂວງຈຳປາສັກ; ພໍມາຮອດຂົວຫ້ວຍທ່າຮາວ ລະຫວ່າງບ້ານທ່າຄໍ້ ກັບ ບ້ານສີວິໄລ ຕາມເສັ້ນທາງຫຼວງແຫ່ງຊາດເລກທີ 11 ໄລຍະກິໂລແມັດທີ 32, ລວງຍາວຂົວ 82 ແມັດ ເມື່ອລົດເຂົ້າຂ້າມຂົວໄປແລ້ວປະມານ 60 ແມັດ ເຮັດໃຫ້ຂົວຫັກລົງກະທັນຫັນ ແລະ ບໍ່ສາມາດນຳໃຊ້ສັນຈອນໄດ້. ສະນັ້ນຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບ ໃຫ້ບໍລິສັດຊານໄຊກໍ່ສ້າງ ແລະ ສ້ອມແປງຂົວທາງຈຳກັດ ຜູ້ກະທຳຜິດ ເຈົ້າຂອງລົດຍົກ ເປັນຜູ້ສ້ອມແປງຄືນ, ເຊິ່ງໄລຍະການສ້ອມແປງແມ່ນຈະໃຫ້ສຳເລັດພາຍໃນເວລາ 3 ເດືອນ.

ຖ້າຫາກວ່າ ປະຊາຊົນທີ່ຕ້ອງການສັນຈອນໄປຕາມເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ໄປຫາບ້ານປາກເຊບັ້ງໄຟ ແມ່ນໃຫ້ໄປຕາມເສັ້ນທາງເລກທີ 13 ໃຕ້ລ້ຽວເຂົ້າຂ້າງປໍ້ານໍ້າມັນ ພີທີທີ ຂ້າງໂຮງງານນໍ້າຕານມິດລາວ ຈຸດບ້ານແກ້ງແຮດ ເມືອງໄຊບູລີ ອອກໄປໃສ່ບ້ານນາສັງ ເປັນທາງດິນແດງໄລຍະທາງ 18 ກິໂລແມັດ ຈຶ່ງອອກໄປບ້ານປາກເຊບັ້ງໄຟ ແລ້ວໄປແຂວງຄຳມ່ວນ, ປະຊາຊົນທີ່ນຳໃຊ້ເສັ້ນທາງເລກທີ 11 ມາຈາກແຂວງຄຳມ່ວນ, ຈາກບ້ານປາກເຊບັ້ງໄຟ ເພື່ອໄປແກ້ງກະເບົາ ຫຼືໄປເສັ້ນທາງເລກທີ 13 ໃຕ້ ກໍແມ່ນນຳໃຊ້ເສັ້ນທາງດຽວກັນ.

ທັງໝົດນີ້ແມ່ນຂໍ້ມູນຈາກການລາຍງານຂອງພະນັກງານວິຊາການພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ.

ທີ່ມາ: Media Laos

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...