spot_img
Homeຂ່າວຕ່າງປະເທດຕຳຫຼວດຍີ່ປຸນບຸກຈັບ ຜູ້ຕູ້ອາຍຸ 86 ປີ ກໍ່ເຫດຍິງຄົນບາດເຈັບ ແລະ ຈັບເປັນໂຕປະກັນ

ຕຳຫຼວດຍີ່ປຸນບຸກຈັບ ຜູ້ຕູ້ອາຍຸ 86 ປີ ກໍ່ເຫດຍິງຄົນບາດເຈັບ ແລະ ຈັບເປັນໂຕປະກັນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 31 ຕຸລາ 2023 ທີ່ຜ່ານມານີ້ວ່າ: ຕຳຫຼວດຍີ່ປຸ່ນຄວບຄຸມໂຕຜູ້ຕ້ອງງສົງໃສເປັນມືປືນ ທີ່ກໍ່ເຫດຍິງຄົນບາດເຈັບ 2 ຄົນໃນໂຮງໝໍແຫ່ງໜຶ່ງ ກ່ອນຈະຈັບໂຕປະກັນຫຼາຍຄົນໄວ້ທີ່ສຳນັກງານໄປສະນີ ທີ່ເມືອງວາຣາບິ ແຂວງໄຊຕາມະ ປະເທດຍີ່ປຸ່ນ.

ຕາມການລາຍງານລະບຸວ່າ: ມືປືນລາຍນີ້ເປັນຊາຍສູງອາຍຸ 86 ປີ ກໍ່ເຫດຍິງປືນຈາກຫົນທາງເຂົ້າໃສ່ໂຮງໝໍໃນເມືອງໂທດະ ເຮັດໃຫ້ໝໍກັບຜູ້ປ່ວຍລາຍໜຶ່ງໄດ້ຮັບບາດເຈັບເລັກໜ້ອຍ ກ່ອນຈະໜີໄປເມືອງວາຣາບິ ທີ່ຢູ່ຕິດກັນແລ້ວບຸກເຂົ້າໄປໃນສຳນັກງານໄປສະນີ ແລ້ວຂັງໂຕເອງໄວ້ພ້ອມໂຕປະກັນຫຼາຍຄົນ.

ຕຳຫຼວດໄດ້ພະຍາຍາມເຈລະຈາກັບມືປືນໂດຍໃນເວລາປະມານ 19:30 ໂມງ ຜູ້ຍິງຄົນໜຶ່ງອາຍຸ 20 ປີທີ່ເປັນໂຕປະກັນໄດ້ຮັບການປ່ອຍໂຕອອກມາ ຈາກນັ້ນຜູ້ກໍ່ເຫດຍັງຢູ່ໃນດ້ານໃນຫຼາຍຊົ່ວໂມງເຈົ້າໜ້າທີ່ຕຳຫຼວດຈຶ່ງຕັດສິນໃຈບຸກເຂົ້າໃນໂຕອາຄານ ເພື່ອເຂົ້າຈັບກຸມຄົນຮ້າຍ ແລະ ຍຶດອາວຸດປືນເອົາໄວ້ໄດ້ສຳເລັດ.

ໃນເບື້ອງຕົ້ນຍັງບໍ່ມີການເປີດເຜີຍແຮງຈູງໃຈໃນການກໍ່ເຫດຈຂອງພໍ່ຕູ້ຄົນນີ້ ແຕ່ຕຳຫຼວດຄາດວ່າລາວມີສ່ວນກ່ຽວຂ້ອງກັບເຫດໄຟໄໝ້ອາພາດເມັ້ນແຫ່ງໜຶ່ງໃນຕອນເຊົ້າວັນທີ 31 ຕຸລາ 2023 ຜ່ານມາ, ແຕ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...