spot_img
Homeຂ່າວຕ່າງປະເທດສຸດໂຫດ! ຊາຍໜຸ່ມບຸກຍິງຄົນໃນສະຫະລັດ ເສຍຊີວິດ 22 ຄົນ ແລະ ບາດເຈັບເກືອບ 60 ຄົນ

ສຸດໂຫດ! ຊາຍໜຸ່ມບຸກຍິງຄົນໃນສະຫະລັດ ເສຍຊີວິດ 22 ຄົນ ແລະ ບາດເຈັບເກືອບ 60 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ຕຸລາ 2023 ໄດ້ເກີດເຫດກາດຍິງໃນເມືອງລູອີສຕັນ ລັດເມນ ໃນສະຫະລັດອາເມຣິກາ ໃນຄືນວັນພຸດ ທີ 15 ຕຸລາ 2023 ຜ່ານມາ, ໂດຍເຫດການກາດຍິງໄດ້ເກີດຂຶ້ນຢູ່ 3 ຈຸດຄື: ບາ-ຮ້ານອາຫານ ແລະ ຮ້ານສະດວກຊື້.

ເຈົ້າໜ້າທີ່ໄດ້ເຜີຍແຜ່ຮູບຜູ້ຕ້ອງສົງໄສ ເປັນຊາຍຄົນໜຶ່ງພ້ອມດ້ວຍອາວຸດປືນໃຫຍ່ (ປືນໄລເຟີ້ນ) ຈາກເຫດການທີ່ເກີດຂຶ້ນຄັ້ງນີ້ມີຜູ້ເສຍຊີວິດຢ່າງນ້ອຍ 22 ຄົນ ແລະ ບາດເຈັບອີກ 50-60 ຄົນ, ຕາມການລາຍງານເບື້ອງຕົ້ນເຈົ້າໜ້າທີ່ໄດ້ແຈ້ງເຕືອນໃຫ້ປະຊາຊົນ ຢູ່ໃນທີ່ຢູ່ອາໃສ ແລະ ຮ້ານຄ້າຕ່າງໆໃຫ້ຢຸດບໍລິການຊົ່ວຄາວ.

ຫຼ້າສຸດເຈົ້າໜ້າທີ່ຕຳຫຼວດລູອີສຕັນ ໄດ້ຕິດຕາມ ແລະ ໄລ່ລ່າຜູ້ກໍ່ເຫດ ເຊິ່ງສາມາດບັນທຶກຮູບພາບລົດທີ່ໃຊ້ໃນການຫຼົບໜີ, ຫຼັງຈາກນັ້ນເຈົ້າໜ້າທີ່ກໍສາມາດຄຸມຕົວຊາຍຄົນດັ່ງກ່າວໄດ້ ແລະ ນຳໄປດຳເນີນຄະດີຕາມກົດໝາຍ.

ທີ່ມາ:ຮອຍເຕີ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...