spot_img
Homeຂ່າວທ້ອງຖິ່ນກຸ່ມເຍົາວະຊົນທີ່ມີອາຍຸບໍ່ຮອດ 18 ປີ ບໍ່ໃຫ້ເຂົ້າສະຖານທີ່ບັນເທີງ

ກຸ່ມເຍົາວະຊົນທີ່ມີອາຍຸບໍ່ຮອດ 18 ປີ ບໍ່ໃຫ້ເຂົ້າສະຖານທີ່ບັນເທີງ

Published on

ຕາມການລາຍງານຂອງຂ່າວແຂວງຄຳມ່ວນ (Khammouane News) ກ່ຽວກັບກອງປະຊຸມປຶກສາຫາລືກະກຽມຄວາມພ້ອມ ໃນການຕ້ອນຮັບປີທ່ອງທ່ຽວລາວ 2024 ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 11 ຕຸລາ 2023 ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງ, ມີບັນດາທ່ານໃນຄະນະພະແນກ, ຂະແໜງການກ່ຽວຂ້ອງ ຕະຫຼອດເຖິງຄະນະສະມາຄົມທຸລະກິດການທ່ອງທ່ຽວແຂວງ, ສະມາຄົມລົດຕູ້ນຳທ່ຽວ, ຜູ້ປະກອບການແຫຼ່ງທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ ເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມດັ່ງກ່າວນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການກະກຽມປະເມີນຄວາມພ້ອມຮອບດ້ານໃນການຕ້ອນຮັບປີທ່ອງທ່ຽວລາວ 2024 ຕາມແນວທາງນະໂຍບາຍຂອງລັດຖະບານ ເພື່ອເລັ່ງຟື້ນຟູການທ່ອງທ່ຽວຢູພາຍໃນປະເທດ.

ໃນໂອກາດນີ້ ທ່ານຫົວໜ້າພະແນກ ຖວທ ແຂວງ ກໍໄດ້ມີຄໍາເຫັນຊີ້ນຳໃຫ້ບັນດາຜູ້ປະກອບການດ້ານການທ່ອງທ່ຽວພາຍໃນແຂວງຕ້ອງພ້ອມກັນເປັນເຈົ້າພາບທີ່ດີໃນການຕ້ອນຮັບນັກທ່ອງທ່ຽວ, ຜູ້ປະກອບການຕ່າງໆ ຕ້ອງເອົາໃຈໃສ່ປັບປຸງຍົກລະດັບມາດຕະຖານ, ຕ້ອງເປັນເຈົ້າການໃນການປະຕິບັດລະບຽບກົດໝາຍໃຫ້ເຄັ່ງຄັດທາງດ້ານ ໂມງເວລາຕ້ອງໃຫ້ປະຕິບັດຢ່າງເຄັ່ງຄັດ, ຕ້ອງເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນ:

ການພະນັນ, ຢາເສບຕິດ, ການຄ້າປະເວນີ ແລະ ອື່ນໆ ສຳຄັນແມ່ນກຸ່ມເຍົາວະຊົນທີ່ມີອາຍຸບໍ່ຮອດ 18 ປີ ຫ້າມເຂົ້າສະຖານບັນເທີງຢ່າງເດັດຂາດ, ໃຫ້ຜູ້ປະກອບການ ດ້ານໂຮງແຮມ, ເຮືອນພັກ, ຮ້ານອາຫານ ໃຫ້ຮ່ວມມື ແລະ ເອົາໃຈໃສ່ ໃນການປະເມີນມາດຕະຖານເພື່ອຈັດລະດັບກິດຈະການຂອງຕົນ (ດາວ ແລະ ດອກຈຳປາ), ໃຫ້ຜູ້ປະກອບການດ້ານການທ່ອງທ່ຽວ ໂຮງແຮມເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວແຕ່ລະແຫ່ງ ຕ້ອງໄດ້ກຳນົດກິດຈະກຳເປັນຂອງຕົນເອງ ຢ່າງໜ້ອຍໃຫ້ໄດ້ 1-2 ກິດຈະກຳ ເພື່ອດຶງດູດນັກທ່ອງທ່ຽວ, ໃຫ້ຜູ້ປະກອບການທຸກພາກສ່ວນ ໄດ້ມີຄວາມເປັນເອກະພາບໃນການກຳນົດລາຄາຄ່າບໍລິການໃຫ້ຄັກແນ່ ບໍ່ເອົາລັດເອົາປຽບກັນ ແລະ ເປັນທີ່ຖືກໃຈແກ່ນັກທ່ອງທ່ຽວ, ມອບໃຫ້ສະມາຄົມທຸລະກິດການທ່ອງທ່ຽວໄດ້ເປັນເຈົ້າການຫຼັກໃນງານເປີດປີທ່ອງທ່ຽວລາວ (ເຊິ່ງຈະຈັດຂຶ້ນໃນງານບຸນພຣະທາດສີໂຄດຕະບອງ) ພ້ອມນັ້ນກໍ່ຕ້ອງສ້າງແຜນກຳນົດກິດຈະກຳ ໂດຍສະເພາະ ເທສະການອາຫານ, ວາງບູດໂຄສະນາຜະລິດຕະພັນຂອງສະມາຄົມ ແລະ ອື່ນໆ.

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...