spot_img
Homeຂ່າວຕ່າງປະເທດອິດສະຣາແອນ-ປາເລສໄຕ ໄດ້ກໍ່ສົງຄາມເຮັດໃຫ້ຄົນເສຍຊີວິດຫຼາຍກວ່າ 1.100 ຄົນ

ອິດສະຣາແອນ-ປາເລສໄຕ ໄດ້ກໍ່ສົງຄາມເຮັດໃຫ້ຄົນເສຍຊີວິດຫຼາຍກວ່າ 1.100 ຄົນ

Published on

ອິດສະຣາແອນ ແລະ ກຸ່ມຕິດອາວຸດປາເລສໄຕ “ຮາມາສ” ເຮັດໃຫ້ມີຄົນເສຍຊີວິດລວມກັນທັງສອງຝ່າຍ ເພີ່ມຂຶ້ນຫຼາຍກວ່າ 1.100 ຄົນ.

Fire and smoke rise following an Israeli airstrike, in Gaza City, Sunday, Oct. 8, 2023. The militant Hamas rulers of the Gaza Strip carried out an unprecedented, multi-front attack on Israel at daybreak Saturday, firing thousands of rockets as dozens of Hamas fighters infiltrated the heavily fortified border in several locations, killing hundreds and taking captives. Palestinian health officials reported scores of deaths from Israeli airstrikes in Gaza. (AP Photo/Hatem Moussa)

ຈາກການຂັດແຍ່ງຕໍ່ສູ້ກັນຢ່າງຮຸນແຮງລະຫວ່າງ ອິດສະຣາແອນ ແລະ ກຸ່ມຕິດອາວຸດປາເລສໄຕ “ຮາມາສ” ທີ່ເກີດຂຶ້ນຕັ້ງແຕ່ວັນເສົາທີ 7 ຕຸລາ 2023 ເປັນຕົ້ນມາ ປັດຈຸບັນ ມີຜູ້ເສຍຊີວິດລວມກັນທັງສອງຝ່າຍ ເພີ່ມຂຶ້ນຫຼາຍກວ່າ 1.100 ຄົນ ໂດຍມື້ວານນີ້ ລັດຖະບານປະເທດອິດສະຣາແອນ ໄດ້ປະກາດສົງຄາມກັບກຸ່ມດັ່ງກ່າວ ຢ່າງເປັນທາງການແລ້ວ.

ເຈົ້າໜ້າທີ່ອິດສະຣາແອນ ກ່າວວ່າ ເຫດການກຸ່ມກໍ່ການຮ້າຍຮາມາສ ໄດ້ເລີ່ມການໂຈມຕີຄັ້ງໃຫຍ່ນີ້ຕໍ່ປະຊາຊົນອິດສະຣາແອນ  ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 700 ຄົນ ໃນນີ້ລວມເຖິງທະຫານ 44 ຄົນ ແລະ ປາເລສໄຕ ເສຍຊີວິດ 400 ກວ່າຄົນ ໃນຈຳນວນນີ້ມີເດັກນ້ອຍ 20 ຄົນ.

ທັ້ງນີ້ ການຂັດແຍ່ງຊອງ 2 ຊົນຊາດ ອິດສະຣາແອນ ແລະ ປາເລສໄຕ ມີມາບໍ່ຮອດຮ້ອຍປີ ແຕ່ຮາກຖານຂອງການເກີດບັນຫາໄດ້ມີມານັບ 1000 ປີແລ້ວ ແຕ່ຍັງບໍ່ມີແນວທາງໃນການສ້າງສັນຕິພາບຂອງທັງສອງ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...