spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມລະວັງ ກົ້ມໜ້າຫລິ້ນໂທລະສັບຫລາຍ ເຮັດໃຫ້ຄໍແບກນ້ຳໜັກ 27 ກິໂລກຣາມ

ລະວັງ ກົ້ມໜ້າຫລິ້ນໂທລະສັບຫລາຍ ເຮັດໃຫ້ຄໍແບກນ້ຳໜັກ 27 ກິໂລກຣາມ

Published on

phubbing

ໃຜ​ຕິ​ດສະມາດ​ໂຟນ​ຕ້ອງ​ລະ​ວັງ ພຽງແຕ່​ກົ້ມ​ໜ້າ​ຫລິ້ນ​ສະ​ມາດ​ໂຟນ ຄໍ​ ແລະ ​ກະດູກ​ສັນ​ຫລັງ​ຕ້ອງ​ແບກ​ຮັບ​ນ້ຳ​ໜັກ​ທຽບ​ເທົ່າ​ກັບ​ການ​ແບກ​ເດັກ​ນ້ອຍອາ​ຍຸ 8 ປີ​ໄວ້​ເທິງ​ຫົວ

ເຮົາ​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ​ການ​ຫລິ້ນ​ສະ​ມາດ​ໂຟນ​ຫລາຍ​ເກີນ​ໄປ​ເຮັດໃຫ້​ສາຍ​ຕາ​ມີ​ບັນຫາ ແຖມ​ຍັງ​ເຮັດໃຫ້​ປວດ​ໄຫລ່​ປວດ​ຄໍ​ນໍາອີກ​ ຢ່າ​​ຄິດວ່າ​ ມັນ​ມີ​ຂໍ້​ເສຍ​ພຽງ​ແຕ່ເທົ່າ​ນັ້ນ ເພາະ​ມື້​ນີ້​ຈະ​ພາ​ໄປ​ຮັບ​ຮູ້​ເຖິງ​ຂໍ້​ເສຍ​ຂອງ​ການ​ກົ້ມ​ໜ້າ​ກົ້ມ​ຕາ​ຫລິ້ນ​ສະ​ມາດ​ໂຟນ​ເປັນ​ເວລາ​ດົນ​ທີ່​ອັນຕະລາຍ​ບໍ່​ແພ້​ກັບ​ທີ່​ເຮົາ​ເຄີຍ​ໄດ້ຍິນ​ກັນ

ການ​ຫລິ້ນ​ສະ​ມາດ​ໂຟນ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ ສາມາດ​ສົ່ງ​ຜົນ​ເສຍ​ຕໍ່​​ຮ່າງກາຍ​ຂອງ​ເຮົາ​ໄດ້​ໂດຍ​ສະເພາະ​ຄໍ​ ແລະ ​ກະດູກ​ສັນ​ຫລັງ ໂດຍ​ທ່ານໝໍ Kenneth K. Hansraj, ຫົວ​ໜ້າ​ທີມ​ແພດ​ສັນຍະ​ກຳ​ກະດູກ​ສັນ​ຫລັງ​ແຫ່ງ​ສູນ​ສັນຍະ​ກຳ ​ແລະ ​ຟື້ນ​ຟູ​ກະດູກ​ສັນ​ຫລັງ​ໃນ​ນິວ​ຢອກ ​ໄດ້​ເປີດ​ເຜີຍ​ເອົາ​ໄວ້​ໃນ​ບົດ​ຄວາມ​ເຊິ່ງ​ຖືກ​ຕີ​ພິມ​ໃນ​ວາລະ​ສານ​ທາງ​ການ​ແພດ Surgical Technology International ວ່າ ​ການ​ກົ້ມ​ໜ້າ​ກົ້ມ​ຕາ​ຫລິ້ນ​ໂທລະ​ສັບ​ສະມາດ​ໂຟນ​ຈະ​ເຮັດໃຫ້​ຄໍ​ຂອງ​ເຮົາ​ແບກ​ຮັບ​ນ້ຳ​ໜັກ​ເຖິງ 60 ປອນ ຫລື​ ປະ​ມານ 27 ກິ​ໂລ​ກຣາມ ທຽບ​ເທົ່າ​ກັບ​ເດັກ​ນ້ອຍອາ​ຍຸ​ປະ​ມານ 8 ປີ ມາ​ນັ່ງ​ຢູ່​ເທິງ​ຫົວ​​ໃນ​ຂະນະ​ທີ່​ຍືນ​ເລີຍ​

  ໂດຍ​ທ່ານໝໍ Hansraj ຍັງ​ໄດ້​ອະທິບາຍ​ເພີ່ມເຕີມ​ອີກວ່າ ທຸກ​ມື້​ນີ້​ຄົນ​ເຮົາ​ໃຊ້​ເວລາ​ຢູ່ໃນ​ທ່າ​ທາງ​ກົ້ມ​ໜ້າ​ເພື່ອ​ຫລິ້ນ​ໂທລະ​ສັບ​ສະ​ມາດໂຟນ​ກັນ​ບໍ່​ຕ່ຳ​ກວ່າ 2 – 4 ຊົ່ວ​ໂມງ ແລະ ​ທ່າ​ທາງ​ນີ້​ເຮັດໃຫ້​ຄໍ ​ແລະ ​ກະດູກ​ສັນ​ຫລັງ​ຂອງ​ເຮົາ​ຈະ​ຕ້ອງ​ໃຊ້​ແຮງ​ຈຳນວນ​ຫລາຍ​ໃນ​ການ​ເງີຍຫົວ ​ຫລື ​ກົ້ມ​ຫົວ​ໄປ​ທາງ​ໜ້າ ເຊິ່ງ​ເຮັດໃຫ້​ຄວາມ​ເຄັ່ງຕຶງ​​ທີ່​ບໍລິເວນ​ກະດູກ​ສັນ​ຫລັງ​ເພີ່ມ​ຂຶ້ນ ແລະ ​ຖ້າ​ຫາກ​ຢູ່ໃນ​ທ່າ​ທາງ​ນີ້​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ​ ແລະ​ຫລາຍເທື່ອ​ຫລາຍ​ເກີນ​ໄປ​ຈະ​ສົ່ງ​ຜົນ​ໃຫ້​ບຸກຄະລິກກະພາບ​ເສຍ​ ແຖມ​ຍັງ​ເຮັດໃຫ້​ກະດູກ​ສັນ​ຫລັງ​ເຄື່ອນ ຫລື ​ເກີດ​ຄວາມ​ເສຍ​ຫາຍ​ຈົນ​ຕ້ອງ​ຜ່າ​ຕັດ​

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...