spot_img
Homeຂ່າວພາຍ​ໃນແມ່ຕູ້ 93 ປີ ເສຍຊີວິດໃນອາເມຣິກາຍ້ອນຖືກໝາລຸມກັດ

ແມ່ຕູ້ 93 ປີ ເສຍຊີວິດໃນອາເມຣິກາຍ້ອນຖືກໝາລຸມກັດ

Published on

ແມ່ຕູ້ ຄົນລາວທີ່ໄປອາໄສຢູ່ອາເມຣິກາ ໄດ້ເສຍຊີວິດພາຍຫຼັງຖືກໝາກັດແຖວບ້ານໃນຕອນສວຍຂອງວັນພະຫັດທີ່ຜ່ານມາ.

ແມ່ຕູ້ ຈັນທີ ພິລາວົງ ອາຍຸ 93 ປີ ເປັນຄົນລາວທີ່ໄປອາໄສຢຸ່ອາເມຣິກາ ໄດ້ອາໄສຢູ່ເມືອງໂອເດສໂຕ ລັດຄາລິຟໍເນຍ ສະຫະລັດອາເມລິກາ ຖືກໜາຂອງເພື່ອນບ້ານທຳຮ້າຍ ແລະ ໄດ້ຮັບບາດເຈັບສາຫັດ ແຕ່ກໍເສຍຊີວິດໃນເວລາຕໍ່ມາ ເຫດການດັ່ງກ່າວໄດ້ເກີດຂຶ້ນໃນເວລາ 14:00 ໂມງຂອງວັນທີ 31 ສິງຫາ 2023 ຈາກກ້ອງວົງຈອນປິດບັນຖຶກພາບ ແມ່ຕູ້ຖືກໝາຂະໜາດໃຫຍ່ 2 ໂຕທຳຮ້າຍ ທີ່ບໍລິເວນເຮືອນຂອງລາວ.

Jeniece ເພື່ອນບ້ານໄດ້ກ່າວວ່າ ລາວເຫັນໝາ 2 ໂຕ ໜີອອກມາຈາກສວນຫຼັງບ້ານຂອງແມ່ຕູ້ຈັນທີ ຕໍ່ມາກໍບໍ່ເຫັນໝາທີ່ລະບຽງໜ້າບ້ານຂອງແມ່ຕູ້ ແຕ່ໄດ້ຍິນສຽງຮ້ອງຂອງແມ່ຕູ້ຈັນທີທີ່ຖືກໝາເຂົາກັດ.

ໂດຍ Jeniece ກໍບອກວ່າ: ລາວໄດ້ຮີບຈັບເກີບ ແລະ ກະຖັງຕົ້ນໄມ້ທີ່ຢູ່ໃກ້ຕົນເອງ ເພື່ອຈະດຶກໃສ່ໝາ ແລະ ລະວັງບໍ່ໃຫ້ຖືກແມ່ຕູ້.

ໃນຊ່ວງທີ່ໝາໄດ້ກັດແລ້ວ ຫຼານຊາຍຂອງແມ່ຕູ້ ແລະ Jeniece ກໍຮີບແລ່ນໄປເອົາແມ່ຕູ້ອອກມາ ເພື່ອຮີບສົ່ງໂຮງໝໍດ້ວຍອາການບາດເຈັບສາຫັດ ໃນຕອນທຳອິດແມ່ຕູ້ມີອາການດີຂຶ້ນແລ້ວ ແຕ່ລາວກໍທົນບໍ່ໄຫວກັບຄວາມບາດເຈັບ ແລ້ວເສຍຊີວິດໃນຕອນເຊົ້າຂອງມື້ຕໍ່ມາ.

ຜູ້ຖືກກ່າວຫາວ່າເປັນເຈົ້າຂອງໝາ ໄດ້ບອກວ່າ ບໍ່ຢາກເວົ້າຫຍັງທີ່ກ່ຽວກັບເຫດນີ້ ແລະ ປະຕິເສດວ່າພວກເຂົາບໍ່ໄດ້ລ້ຽງໝາ, ນອກນີ້ ຍັງມີຄົນບອກວ່າພວກເຂົາບໍ່ໄດ້ຢູ່ເຮືອນໃນຕອນເກີດເຫດ.

ປັດຈຸບັນທາງເຈົ້າໜ້າທີ່ກຳລັງສືບສວນຂອງເຫດດັ່ງກ່າວ ແລະ ຍັງບໍ່ມີການລາຍງານວ່າເຈົ້າຂອງໝາຈະຖືກໃນຂໍ້ຫາໃດ.

ແຫຼ່ງຂ່າວ cbsnews

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...