spot_img
Homeຂ່າວພາຍ​ໃນນາຍົກວາງມາດຕະການໃຫ້ກະຊວງການເງິນແກ້ໄຂໄພເງິນເຟີ້

ນາຍົກວາງມາດຕະການໃຫ້ກະຊວງການເງິນແກ້ໄຂໄພເງິນເຟີ້

Published on

ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ ໃນວັນທີ 29 ສິງຫາ 2023 ໄດ້ວາງມາດມາດຕະການໃນການແກ້ໄຂໄພເງິນເຟີ້ ໃນນັ້ນ ໄດ້ມອບໃຫ້ກະຊວງການເງິນ ປະຕິບັດ ດັ່ງນີ້:

1) ສະກັດກັ້ນ ການລັກລອບນໍາເຂົ້າລົດຜິດກົດຫມາຍ ແລະ ສິນຄ້າຕາມຊາຍແດນ ຫຼື ສິນຄ້າທີ່ລັດຖະບານ ໄດ້ຮັບຮອງ ເປັນສິນຄ້າຟູມເຟືອຍ, ສິນຄ້າທີ່ພາຍໃນສາມາດຜະລິດໄດ້, ທຸກການນໍາເຂົ້າສິນຄ້າ ຕ້ອງຜ່ານດ່ານທີ່ມີເງື່ອນໄຂດ້ານ ພື້ນຖານໂຄງລ່າງຄົບຖ້ວນ (ລະບົບສະແກນເນີ, ລະບົບຕິດຕາມໃບ ບ 53, ລະບົບທັນສະໄຫມ ເພື່ອຄຸ້ມຄອງການນໍາ ເຂົ້າ-ສົ່ງອອກສິນຄ້າ ເຊັ່ນ NSWA+); ກວດກາສິນຄ້າ ແລະ ເງິນຕາເຂົ້າ-ອອກ ຢູ່ດ່ານຊາຍແດນ ລວມທັງ ເຄື່ອງ ຕິດໂຕຜູ້ໂດຍສານ ຢ່າງເຂັ້ມງວດ; ແກ້ໄຂສະພາບການດ້ານອກລະບົບ, ໃຜກໍມີສິດນໍາເຂົ້າ, ຮັບປະກັນຄວາມຖືກ ຕ້ອງຂອງມູນຄ່າແຈ້ງພາສີ (ບໍ່ຄວນໃຫ້ຜູ້ນໍາເຂົ້າເປັນຜູ້ສ້າງໃບແຈ້ງລາຄາດ້ວຍຕົນເອງ, ຕ້ອງແມ່ນໂຮງງານ ຫຼື ຜູ້ຂາຍ ສິນຄ້າຢູ່ຕົ້ນທາງເປັນຜູ້ອອກໃຫ້) ແລະ ຫຼີກລ້ຽງການເສຍພາສີ; ຮີບຮ້ອນຄົ້ນຄວ້າມາດຕະການ ແລະ ວິທີການໃນ ການເກັບລາຍຮັບຈາກການຊື້-ຂາຍ ສິນຄ້າຜ່ານລະບົບອອນລາຍ. ໃນນັ້ນ ສໍາລັບສິນຄ້າທີ່ສັ່ງມາຈາກຕ່າງປະເທດ ໃຫ້ມີການຄຸ້ມຄອງຜ່ານດ່ານ ຫຼື ລະບົບສາງ ຂອງບໍລິສັດຂົນສົ່ງ ເພື່ອຮັບປະກັນການເສຍພາສີ ໃຫ້ຖືກຕ້ອງ ແລະຄົບຖ້ວນ;

2) ສືບຕໍ່ຕິດຕາມ ການຮັບຮອງ ແລະ ປະກາດໃຊ້ ລັດຖະບັນຍັດ ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ, ລັດຖະບັນຍັດ ວ່າດ້ວຍຄ່າຊັບພະຍາກອນທໍາມະຊາດ, ລັດຖະບັນຍັດ ວ່າດ້ວຍຄ່າເຊົ່າ ແລະ ສໍາປະທານຊັບສິນຂອງລັດ;

3) ເລັ່ງເກັບລາຍຮັບ ຈາກຖານລາຍຮັບ ທີ່ມີໃນປັດຈຸບັນໃຫ້ຄົບຖ້ວນ ໂດຍນໍາໃຊ້ເຄື່ອງມືທັນສະໄຫມ ໃຫ້ເປັນລະບົບ ລວມສູນ ໂດຍສະເພາະເກັບລາຍຮັບ ຈາກພັນທະອາກອນ; ຄົ້ນຄວ້າການປັບປຸງອັດຕາອາກອນມູນຄ່າເພີ່ມຂຶ້ນ ຈາກ 7% ມາເປັນ 10%, ອາກອນຊົມໃຊ້, ອາກອນກາໄລ, ອາກອນລາຍໄດ້ ຈາກຜູ້ສະຫນອງສິນຄ້າ ແລະ ການບໍລິການ ຢູ່ໃນບັນດາໂຄງການລົງທຶນຕ່າງປະເທດ (ຂະແຫນງໄຟຟ້າ ແລະ ບໍ່ແຮ່). ພ້ອມນັ້ນ, ກໍໃຫ້ຄົ້ນຄ້ວາສ້າງສິ່ງຈູງໃຈໃຫ້ ຫົວຫນ່ວຍທຸລະກິດ ຫັນມາເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ໃຫ້ຫຼາຍຂຶ້ນ; ປັບປຸງກົນໄກການຄຸ້ມຄອງການນາເຂົ້າ- ສົ່ງອອກສິນຄ້າປະເພດຕ່າງໆ ດ້ວຍການບັງຄັບໃຊ້ກົດຫມາຍທີ່ກ່ຽວຂ້ອງ ໃຫ້ມີຄວາມເຂັ້ມງວດ ໂດຍນໍາໃຊ້ລະບົບກົນໄກອາກອນມູນຄ່າເພີ່ມ ເພື່ອຄວບຄຸມການເຄື່ອນໄຫວທຸລະກໍາ ແລະ ທຸລະກິດ; ຄົ້ນຄວ້າການປັບເພີ່ມອັດຕາອາກອນຊົມໃຊ້ຕໍ່ການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ມີຜົນກະທົບທາງລົບຕໍ່ສຸຂະພາບ ແລະ ສັງຄົມ ໃຫ້ ສາມາດປະຕິບັດໄດ້ໄວ, ພ້ອມທັງ ປະຕິບັດມາດຕະການປາບປາມການລັກລອບນໍາເຂົ້າບໍ່ຖືກຕ້ອງທຸກຮູບແບບ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...