Homeຂ່າວພາຍ​ໃນລູກສາວປະກາດຊອກຊື້ປີ້ຕໍ່ເພື່ອກັບຊຽງຂວາງໄປເບິ່ງພໍ່ທີ່ເສຍຊີວິດຈາກລົດທະຫານປີ້ນ

ລູກສາວປະກາດຊອກຊື້ປີ້ຕໍ່ເພື່ອກັບຊຽງຂວາງໄປເບິ່ງພໍ່ທີ່ເສຍຊີວິດຈາກລົດທະຫານປີ້ນ

Published on

ຈາກເຫດການລົດທະຫານປີ້ນ ຢູ່ພູສາມສູມ ບ້ານນ້ຳເກັງ ເມືອງໝອກ ແຂວງຊຽງຂວາງ ໃນວັນທີ 24 ສິງຫາ 2023 ໜຶ່ງໃນຜູ້ເສຍຊີວິດນັ້ນກໍຄື ພັທ ກອງໃຈ ເຊັດຄຳຈັນ ເຮັດໃຫ້ຜູ້ເປັນຄອບຄົວຕ່າງເສຍໃຈ ໂດຍສະເພາະຜູ້ເປັນລູກສາວທີ່ຍັງຢູ່ແຂວງບໍ່ແກ້ວ ເພື່ອຢາກໄປພົບໜ້າພໍ່ເປັນຄັ້ງສຸດທ້າຍ ລູກສາວຈຶ່ງໄດ້ຊື້ປີ້ຍົນເພື່ອເດີນທາງກັບ ແຕ່ປາກົດວ່າຖ້ຽວບິນດັ່ງກ່າວເຕັມແລ້ວ.

ຕໍ່ມາຜູ້ເປັນລູກສາວ ຈຶ່ງໄດ້ປະກາດຫາຄົນທີ່ສາມາດເອົາປີ້ຍົນໃຫ້ໄດ້ ເພື່ອທີ່ຈະເດີນທາງກັບ, ໂຊກຍັງດີ ທາງສາຍການບິນລາວແອລາຍ ໄດ້ພົບເຫັນໂພສດັ່ງກ່າວ ແລ້ວໄດ້ເຂົ້າມາຊ່ວຍ ເຊິ່ງສາຍການບິນກໍໄດ້ຕິດຕໍ່ຫາຜູ້ໂດຍສານຄົນອື່ນ ພົບວ່າມີຄົນຍົກເລີກຖ້ຽວບິນ ແລະ ເອົາບ່ອນນັ່ງຂອງຖ້ຽວບິນ ນະຄອນຫຼວງ-ຊຽງຂວາງໃຫ້.

ປັດຈຸບັນ ຜູ້ກ່ຽວໄດ້ເດີນທາງໄປນະຄອນຫຼວງວຽງຈັນ ເພື່ອທີ່ຈະເດີນທາງກັບຊຽງຂວາງແລ້ວ.

ທັ້ງນີ້ ອຸບັດຕິເຫດລົດຮັບສົ່ງນັກສຶກສາທະຫານ ທີ່ຈະໄປຮຽນຕໍ່ຢູ່ນະຄອນຫຼວງວຽງຈັນ ປີ້ນຢູ່ພູສາມສູມ ເມືອງໝອກ ແຂວງຊຽງຂວາງ ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ບາດເຈັບ 30 ກວ່າຄົນ ສາເຫດມາຈາກລົດມື່ນທາງ ຈຶ່ງເສຍຫຼັກປີ້ນຂວ້ຳ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...