spot_img
Homeຂ່າວອຸບັດຕິເຫດຊີ້ແຈງເຫດລົດຕໍາກັນ 5 ຄັນຊ້ອນທີ່ສີ່ແຍກໄຟແດງໂພນສະອາດ

ຊີ້ແຈງເຫດລົດຕໍາກັນ 5 ຄັນຊ້ອນທີ່ສີ່ແຍກໄຟແດງໂພນສະອາດ

Published on

ທ່ານພັນໂທ ເດດລືຊາ ໄຊຍະສານ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ອອກມາຊີ້ແຈງກ່ຽວກັບເຫດການລົດຕຳກັນຫຼາຍຄັນຊ້ອນ ໃນເວລາປະມານ 22:30-23:00 ຕອນຄໍ່າຂອງ ວັນທີ 23 ສິງຫາ 2023 ຜ່ານມາ, ທີ່ 4 ແຍກໄຟອຳນາດໂພນສະອາດ (ໜ້າທະນາຄານICBC) ນະຄອນຫຼວງວຽງຈັນ.

ອຸບັດຕິເຫດດັ້ງກ່າວແມ່ນໄດ້ສ້າງຄວາມສູນເສຍຫຼາຍພໍສົມຄວນ ຕາມການເກັບກຳຂໍ້ມູນຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ສາເຫດທີ 1 ຜູ້ກ່ຽວໄດ້ໃຊ້ຄວາມໄວເກີນກຳນົດແລ້ວໄດ້ຕຳເອົາລົດທັງ 4 ຄັນທີ່ກຳລັງລໍຖ້າໄຟແດງ, ສາເຫດທີ 2 ຜູ້ກ່ຍວມີສຸຂະພາບອ່ອນເພຍ ຫຼື ອາດຈະຫຼັບໃນ ແລ້ວລົດທີ່ຂັບມາບໍ່ໄດ້ເບກ ໃນເບື້ອງຕົ້ນເຈົ້າໜ້າທີ່ລາຍງານຜູ້ບາດເຈັບທັງໝົດມີ 4 ຄົນທີ່ບາດເຈັບຫຼາຍພໍສົມຄວນ, ສ່ວນສາເຫດທີ 3 ເຈົ້າໜ້າທີ່ໄດ້ກວດພົບວ່າຜູ້ກ່ຽວໄດ້ດື່ມສິ່ງມຶນເມົາ ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນທາງເຈົ້າຂອງລົດທີ່ໄປຕຳນັ້ນຈະໄດ້ຮັບຜິດຊອບຄ່າສ້ອມແປງທັງໝົດ.

ສຸດທ້າຍນີ້ ທ່ານຝາກເຖິງປະຊາຊົນໃຫ້ປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ ເປັນຕົ້ນການຂັບຂີ່ໃນໃນທາງທີ່ມາແຍກຄວນຫຼຸດຜ່ອນຄວາມໄວລົງ ເບິ່ງຊ້າຍ ແລະ ຂວາກ່ອນ, ຕ້ອງປະຕິບັດຕາມບັງຄັບເຊັ່ນ: ປ້າຍທາງແຍກ, ທາງໃຫຍ່, ທາງນ້ອຍ ຫຼື ປ້າຍສຳລັບຕ່າງໆ ແລະ ການປະຕິບັດຕາມໄຟອຳນາດດ້ວຍຈຶ່ງຈະສາມາດສຶບຕໍ່ການສັນຈອນໄດ້ ທັງນີ້ກໍເພື່ອຫຼີກຫຼ່ຽງການເກີດອຸດບັດຕິເຫດ ການສູນເສຍຊັບສິນ, ສຸຂະພາບ ແລະ ຊີວິດ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...