spot_img
Homeຂ່າວພາຍ​ໃນການຜະລິດ ແລະ ສົ່ງອອກແຮ່ທາດຂອງແຂວງເຊກອງໃນ 6 ເດືອນຕົ້ນປີ 2023

ການຜະລິດ ແລະ ສົ່ງອອກແຮ່ທາດຂອງແຂວງເຊກອງໃນ 6 ເດືອນຕົ້ນປີ 2023

Published on

ໃນໄລຍະຜ່ານມາ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ລັດວິສາຫະກິດໄຟຟ້າລາວສາຂາແຂວງເຊກອງ ໄດ້ສຸມໃສ່ຂະຫຍາຍໄຟຟ້າແຮງຕໍ່າທັງໃນຕົວເມືອງ ແລະ ເຂດຊົນນະບົດຫ່າງໄກສອກຫຫຼີກ ໂດຍສະເພາະຢູ່ 2 ເມືອງພູດອຍຄື: ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ກະແສໄຟຟ້າຢ່າງທົ່ວເຖິງ.

ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃນວັນທີ 23 ສິງຫາຜ່ານມາວ່າ: ປັດຈຸບັນທົ່ວແຂວງເຊກອງ ມີລະບົບຕາຂ່າຍໄຟຟ້າ 22 KV ຄວາມຍາວທັງໝົດ  948,39 Km/ວົງຈອນ, ລະບົບຕາຂ່າຍ 0,4 KV ຄວາມຍາວ 427,75 Km/ວົງຈອນ; ຕິດຕັ້ງໝໍ້ແປງໃນເທສະບານເມືອງ 4 ເມືອງ ກວມເອົາ 100% ແລະ ບ້ານກວມເອົາ 82,82%; ມີບ້ານໄດ້ຊົມໃຊ້ໄຟຟ້າ (ໃນລະບົບ ແລະ ນອກລະບົບ) ທັງໝົດ 164 ບ້ານ ກວມ 81,18% ແລະ ຫຼັງຄາເຮືອນ 18.870 ຫຼັງຄາເຮືອນ ກວມເອົາ 85,34% ຂອງຫຼັງຄາເຮືອນທົ່ວແຂວງ (ແຜນ 2025 ໃຫ້ກວມ 90%).

ທ່ານ ຄໍາແສນ ພະສະແຫວງ ໃຫ້ຮູ້ຕື່ມວ່າ: ນອກຈາກ ການຂະຫຍາຍໄຟຟ້າແລ້ວ ຂະແໜງພະລັງງານ ແລະ ບໍ່ແຮ່ແຂວງເຊກອງ ຍັງໄດ້ເອົາໃຈໃສ່ໃນການຄຸ້ມຄອງໂຄງການທີ່ນອນໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະໂຄງການທີ່ເປັນຍຸດທະສາດທາງດ້ານເສດຖະກິດ, ໂຄງການຂຸດຄົ້ນບໍ່ແຮ່ ແລະ ຂຸດຄົ້ນ-ປຸງແຕ່ງໃຫ້ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍ ພ້ອມທັງມີມາດຕະຖານ, ຄຸນນະພາບ, ເປັນມິດຕໍ່ສິ່ງແວດລ້ອມ ຕິດພັນກັບການພັດທະນາສີຂຽວ ແລະ ຍືນຍົງ.

ໃນ 6 ເດືອນຕົ້ນປີ 2023 ສາມາດຜະລິດ ແລະ ສົ່ງອອກແຮ່ທາດ ເປັນຕົ້ນ: ແຮ່ຖ່ານຫີນ 1 ລ້ານກວ່າໂຕນ ແລະ ການຂຸດຄົ້ນແຮ່ຄໍາ 6.080 ແມັດກ້ອນ ເປັນແຮ່ດິບທີ່ມີດິນ ແລະ ຫີນເຈືອປົນ.

ແຫຼ່ງຂ່າວ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງເຊກອງ

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...