Homeຂ່າວຕ່າງປະເທດໄທພົບມີໄວລຸ້ນທີ່ດື່ມນ້ຳກະທ່ອມເຂົ້າມາຟອກໝາກໄຂ້ຫຼັງໃນໂຮງໝໍຫຼາຍຂຶ້ນ

ໄທພົບມີໄວລຸ້ນທີ່ດື່ມນ້ຳກະທ່ອມເຂົ້າມາຟອກໝາກໄຂ້ຫຼັງໃນໂຮງໝໍຫຼາຍຂຶ້ນ

Published on

ໃນເມື່ອບໍ່ດົນທີ່ຜ່ານມາ ທີ່ປະເທດໄທ ມີການໂພສພາບຕຸກນ້ຳກະທ່ອມທີ່ໃຊ້ເຈ້ຍກັ້ນຕອງໄວ້ ກໍ ພົບວ່າມັນມີຮອຍເປື້ອນຕິດຢູ່ກັບເຈ້ຍກອງເປັນຈຳນວນຫຼາຍ ພ້ອມລະບຸວ່າ “ຊື່ນໃຈ ໝາກໄຂ່ຫຼັງລຳບາກ ເຕືອນ! ແຈ້ງຈາກໂຮງໝໍ ຕອນນີ້ເລີ່ມມີໄວລຸ່ນເຂົ້າມາໂຮງໝໍດ້ວຍອາການໝາກໄຂ່ຫຼັງ ຈົນໄດ້ຟອກໝາກໄຂ່ຫຼັງແລະ ພົບວ່າດື່ມນ້ຳກະທ່ອມ, ໂຮງໝໍຈະຕ້ອງພົບກັບຜູ້ປ່ວຍໝາກໄຂ່ຫຼັງຫຼາຍຂຶ້ນ”.

ກ່ຽວກັບເລື່ອງນີ້ ທ່ານໝໍຂອງໄທ ກໍໄດ້ມາໂພສຜ່ານເຟສບຸກຕື່ມວ່າ ການດື່ມນ້ຳກະທ່ອມໃນປະລິມານຫຼາຍເປັນເວລາດົນ ອາດເປັນອັນຕະລາຍຕໍ່ຕັບ ແລະ ໝາກໄຂ່ຫຼັງ ໂດຍມີສັນຍານເຕືອນທີ່ສຳຄັນຄື ຍ່ຽວສີເຂັ້ມຂຶ້ນ ແລະ ຜິວເຫຼືອງ ເຊິ່ງເມື່ອຕັບຖືກທຳລາຍ ໝາກໄຂ່ຫຼັງຈະເຮັດໜ້າທີ່ພິເສດໃນການກັ້ນຕອງສານພິດອອກຈາກຮ່າງກາຍແທນ ສົ່ງຜົນໃຫ້ໝາກໄຂ່ຫຼັງຕ້ອງເຮັດວຽກໜັກຂຶ້ນ ທີ່ອາດນຳໄປສູ່ພາວະໝາກໄຂ່ຫຼັງວາຍ ໃນຜູ້ທີ່ມີຄວາມເສຍຫາຍຂອງຕັບ.

ດັ່ງນັ້ນ ຖ້າທ່ານໃດດື່ມນ້ຳກະທ່ອມມາດົນ ແລ້ວພົບວ່າຍ່ຽມມີສີເຂັ້ມ ແລະ ຜິວເຫຼືອງ ຄວນຢຸດດື່ມ ແລະ ຮີບໄປພົບແພດໝໍ.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...