spot_img
Homeຂ່າວຕ່າງປະເທດBalltze ໝາພັນຊິບະ ເຈົ້າຂອງມີມດັງ ເສຍຊີວິດດ້ວຍອາຍຸ 12 ປີ

Balltze ໝາພັນຊິບະ ເຈົ້າຂອງມີມດັງ ເສຍຊີວິດດ້ວຍອາຍຸ 12 ປີ

Published on

“Balltze” ໝາພັນຊິບະ ເຈົ້າຂອງມີມດັງ ອາຍຸ 12 ປີ ໄດ້ເສຍຊີວິດແລ້ວໃນລະຫວ່າງການຜ່າຕັດ.

ໃນບໍ່ເທົ່າໃດມື້ທີ່ຜ່ານມາ ໃນສື່ສັງຄົມອອນລາຍໄດ້ໂພສສະແດງຄວາມເສຍໃຈ ຕໍ່ການຈາກໄປຂອງ  “Ball Ball” ຫຼື “Balltze” ໝາສາຍພັນຊິບະ ເຈົ້າຂອງມີມທີ່ດັງໃນສັງຄົມອອນລາຍ ຈົນໄດ້ໄປເປັນໜ້າຕາຂອງເງິນດິຈິຕອລທີ່ເອີ້ນວ່າ Dogecoin ໂດຍຕາມໂພສຂອງເຈົ້າຂອງໝາໄດ້ລະບຸວ່າ ລາວໄດ້ລັບໄປໃນວັນສຸກລະຫວ່າງການຜ່າຕັດເອິກ.

 

Ball Ball ເປັນໝາທີ່ຮັບການລ້ຽງຕອນອາຍຸ 1 ປີ ຈາກ ເຄທີ່ ໃນຮົງກົງ ປະເທດຈີນ ເຊິ່ງບັນຊີ Instagram ຂອງໝາໄດ້ເປີດໃນປິ 2015 ຈາກນັ້ນເປັນຕົ້ນມາ ເຈົ້າຂອງກໍໄດ້ແຊພາບອາລົມປະຈຳວັນຂອງ Ball Ball ລົງທາງອອນລາຍ ຈົນເຮັດໃຫ້ເປັນທີ່ຮູ້ຈັກກັນໄປທົ່ວໂລກ.

ແຫຼ່ງຂ່າວ CSB

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...