spot_img
Homeຂ່າວພາຍ​ໃນຂະບວນການໂຄສະນາ-ໃຫ້ວັກຊີນ ກັນມະເຮັງປາກມົດລູກ ຈະມີຂຶ້ນໃນເດືອນກັນຍາ 2023

ຂະບວນການໂຄສະນາ-ໃຫ້ວັກຊີນ ກັນມະເຮັງປາກມົດລູກ ຈະມີຂຶ້ນໃນເດືອນກັນຍາ 2023

Published on

ໃນເດືອນກັນຍາທີ່ຈະມາເຖິງນີ້ ຈະມີຂະບວນການສັກວັກຊີນກັນມະເຮັງປາກມົດລູກໃຫ້ກັບເດັກຍິງ ແລະ ໄວໜຸ່ມຍິງ ອາຍຸ 10-17 ປີ ຕາມໂຮງຮຽນ ແລະ ສະຖານທີ່ບໍລິການສາທາລະນະສຸກທົ່ວປະເທດ.

ມະເຮັງປາກມົດລູກ ແມ່ນມະເຮັງທີ່ພົບເຫັນຫຼາຍທີ່ສຸດເປັນອັນດັບສອງ ສຳລັບແມ່ຍິງທີ່ເກີດໃນແມ່ຍິງ ແຕ່ເຮົາສາມາດປ້ອງກັນຕົນເອງຈາກມະເຮັງດັ່ງກ່າວໄດ້ ໂດຍການໄປຮັບວັກຊີນກັນມະເຮັງປາກມົດລູກ ເຊິ່ງມີຄວາມປອດໄພ, ມີປະສິດທິພາບ ແລະ ສາມາດໄປຮັບວັກຊີນໄດ້ໂດຍບໍ່ເສຍຄ່າ.

ຫຼັງຈາກທີ່ໄດ້ເລີ່ມມີການສັກວັກຊີນກັນມະເຮັງປາກມົດລູກໃນ ສປປ ລາວ ຕັ້ງແຕ່ປີ 2019-2020, ຫຼາຍກວ່າ 90% ຂອງໄວໜຸ່ມຍິງທີ່ອາຍຸລະຫວ່າງ 12-16 ປີ ໄດ້ຮັບວັກຊີນຢ່າງໜ້ອຍ 1 ໂດສ ແຕ່ວ່າວັກຊີນຈະປົກປ້ອງເຮົາໄດ້ຢ່າງເຕັມທີ່ ກໍຕໍ່ເມື່ອເຮົາໄດ້ຮັບວັກຊີຄົບ 2 ໂດສ.

ຖ້າຕ້ອງການຂໍ້ມູນເພີ່ມຕື່ມ ກ່ຽວກັບ ຂະບວນການສັກວັກຊີນນີ້, ແນະນຳໃຫ້ທ່ານປຶກສາຄູອາຈານຢູ່ໂຮງຮຽນ ຫຼື ແພດທີ່ໂຮງໝໍໃກ້ບ້ານ.

ທີ່ມາ WHO Laos

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...