Homeຂ່າວພາຍ​ໃນໂຮງໝໍ 103 ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງ 2 ກໍລະນີ

ໂຮງໝໍ 103 ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງ 2 ກໍລະນີ

Published on

ໃນລະຫວ່າງວັນທີ 26-27 ກໍລະກົດ 2023 ຜ່ານມາ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຮ່ວມມືກັບ ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງ 2 ກໍລະນີ (ກໍລະນີທີ 5 ແລະ ທີ 6). ທັງ 2 ກໍລະນີຄົນເຈັບນີ້ ມີເພດຊາຍ 1, ເພດຍິງ 1 ເປັນພະຍາດໃຂ່ຫຼັງຊຸດໂຊມມາຫຼາຍປີ ແລະ ຟອກເລືອດມາເປັນປະຈໍາ. ພິເສດຄົນເຈັບເພດຍິງ ເຄີຍໄດ້ປ່ຽນຖ່າຍໄຂ່ຫຼັງມາກ່ອນແຕ່ປີ 2014, ແຕ່ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໃນທົ່ວໂລກ ຈຶ່ງບໍ່ສະມາດເຂົ້າຮັບການປິ່ນປົວໄດ້ຕໍ່ເນື່ອງ ເຮັດໃຫ້ໄຂ່ຫຼັງທີ່ໄດ້ປ່ຽນຖ່າຍເສຍໜ້າທີ່ການ.

ການຜ່າຕັດທັງ 2 ກໍລະນີ ໃຊ້ເວລາຜ່າຕັດຄົນລະປະມານ 3 ຊົ່ວໂມງຈິ່ງສໍາເລັດ. ພາຍຫຼັງການຜ່າຕັດໄດ້ຕິດຕາມຢ່າງໃກ້ຊິດໄລຍະນຶ່ງ, ປະຈຸບັນສະພາບຮ່າງກາຍຄົນເຈັບທັງ 2 ກໍລະນີດີຂຶ້ນຮູ້ສຶກມີເຫື່ອແຮງຫຼາຍຂື້ນ, ອາການອິດເມື່ອຍຫຼຸດລົງຈະແຈ້ງ, ກິນອາຫານແຊບ ແລະ ໄດ້ຫຼາຍຂຶ້ນ, ຖ່າຍເບົາໄດ້ນໍ້າປັດສະວະຈໍານວນຫຼາຍ, ບັນດາຜົນກວດຕີລາຄາສະພາບຮ່າງກາຍລວມ ແລະ ສະພາບໜ້າທີ່ການໄຂ່ຫຼັງ ແມ່ນດີຂຶ້ນເລື້ອຍໆ, ປະຈຸບັນແມ່ນໄດ້ກັບຄືນພາວະປົກກະຕິ ຄືຄົນທໍາມະດາທົ່ວໄປ.

ມາຮອດປະຈຸບັນ ການຮ່ວມມືລະຫວ່າງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍສູນກາງ 103 ກອງທັບປະຊາຊົນຫວຽດນາມ ໄດ້ສໍາເລັດການຜ່າຕັດປ່ຽນຖ່າຍໃຂ່ຫຼັງທັງໝົດ 6 ກໍລະນີ, ຄົນເຈັບ ທັງ 6 ຄົນມີສຸຂະພາບດີສາມາດໃຊ້ຊີວິດໄດ້ຄືຄົນປົກກະຕິທົ່ວໄປ.
ພາບ-ຂ່າວ: ໂຮງໝໍ 103

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...