Homeຂ່າວພາຍ​ໃນກຸ່ມເຄື່ອນໄຫວຊັກຊວນເດັກຕ່ຳກວ່າ 18 ປີ ໃນແຂວງສະຫວັນນະເຂດ ໄປຂາຍແຮງງານ-ຂາຍບໍລິການຢູ່ຕ່າງປະເທດ

ກຸ່ມເຄື່ອນໄຫວຊັກຊວນເດັກຕ່ຳກວ່າ 18 ປີ ໃນແຂວງສະຫວັນນະເຂດ ໄປຂາຍແຮງງານ-ຂາຍບໍລິການຢູ່ຕ່າງປະເທດ

Published on

ກອງປະຊຸມ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ ໂດຍມີ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ປະທານຄະນະກໍາມະການ ຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ ເປັນປະທານ.

ທ່ານ ແຖວຄໍາ ພົມມະວົງ ຮອງຫົວຫນ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານ ຄະນະກໍາມະການຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ ໄດ້ສະຫຼຸບສັງລວມການຈັດຕັ້ງປະຕິບັດວຽກງານ ຕ້ານການຄ້າມະນຸດ ໃນ 1 ປີຜ່ານມາ ວ່າ: ແຂວງສະຫວັນນະເຂດ ແມ່ນໜຶ່ງແຂວງທີ່ຍັງມີກຸ່ມຄົນຈໍານວນໜຶ່ງ ເຄື່ອນໄຫວປຸກລະດົມຂົນຂວາຍເອົາຊາວໜຸ່ມ-ຍິງສາວ ແລະ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍ ແຮງງານ, ຂາຍບໍລິການທາງເພດ ແລະ ອື່ນໆຢູ່ຕ່າງປະເທດ ໂດຍຮູບການໂຄສະນາຊວນເຊື່ອ ຫຼື ຮູບການອື່ນໆ ເປັນຕົ້ນແມ່ນ ການສ້າງຄອບຄົວກັບຄົນຕ່າງປະເທດ, ເປີດຮ້ານບໍລິການກິນດື່ມ ແລະ ອື່ນໆ, ໃນ 1 ປີຜ່ານມາ, ສາມາດມ້າງຄະດີຄ້າມະນຸດ 2 ເລື່ອງ, ຈັບຄົນຮ້າຍ 2 ຄົນ,ເປັນຄົນຕ່າງປະເທດ 1 ຄົນ, ຜູ້ຖືກເຄາະຮ້າຍ ອາຍຸຕໍ່າກວ່າ 18 ປີ 2 ຄົນ ຍິງ 1 ຄົນ. ນອກນີ້, ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແມ່ຍິງ ແລະ ເດັກນ້ອຍທີ່ດ້ອຍໂອກາດ ແລະ ກຸ່ມສ່ຽງຂອງການຄ້າມະນຸດ 72 ຄົນ, ຊ່ວຍເຫຼືອຜູ້ເຄາະຮ້າຍຢູ່ຮ້ານກິນດື່ມ 5 ຄົນ, ເກັບກໍາຂໍ້ມູນແຮງງານລາວທີ່ ຂ້າມຜ່ານດ່ານຂົວມິດຕະພາບ 2 ມີທັງໝົດ 114 ຄົນ ຍິງ 38 ຄົນ, ຄົນລາວທີ່ສິ້ນສຸດການປະຕິບັດໂທດ ມາແຕ່ໄທ ມີ 78 ຄົນ ຍິງ 31 ຄົນ, ແຮງງານລາວຖືກຊຸກດັນໃຫ້ກັບປະເທດ ມີ 33 ຄົນ ຍິງ 7 ຄົນ.

ສໍາລັບທິດທາງແຜນການໃນຕໍ່ໜ້າ ຈະເອົາໃຈໃສ່ໃນການຕິດຕາມບັນດາກຸ່ມທີ່ເຄື່ອນໄຫວໂຄສະນາ, ປຸກລະດົມ ຊວນຊາວໜຸ່ມເຍົາລະຊົນໄປເຮັດວຽກຢູ່ຕ່າງປະເທດ, ການແຕ່ງດອງກັບຄົນຕ່າງດ້າວ, ຄົນຕ່າງປະເທດ, ຕິດຕາມກວດກາບັນດາ ຫ້າງຮ້ານທີ່ເປັນເປົ້າຫມາຍເຄື່ອນໄຫວຕິດຕໍ່ພັວພັນກັບຍິງສາວ, ໄວລຸ້ນທີ່ຜິດຕໍ່ລະບຽບກົດໝາຍ, ລົງເຄື່ອນໄຫວເຜີຍແຜ່ນິຕິກໍາ, ກົດໝາຍ, ເງື່ອນໄຂຄວາມສ່ຽງທີ່ຈະຕົກເປັນທາດຂອງການຄ້າມະນຸດ ໃຫ້ພໍ່-ແມ່ປະຊາຊົນ, ຊາວໜຸ່ມ, ໄວໜຸ່ມເຍົາວະຊົນຕາມບ້ານ, ໂຮງຮຽນ, ໂຄງຈັກ-ໂຮງງານ ແລະ ບັນດາຫ້າງຮ້ານກິນດື່ມ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ.

ແຫຼ່ງຂ່າວ ປກສ ແຂວງສະຫວັນນະເຂດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...