spot_img
Homeຂ່າວພາຍ​ໃນແຂວງສາລະວັນ ແກ້ໄຂບັນຫາຢາຂາດສາງ

ແຂວງສາລະວັນ ແກ້ໄຂບັນຫາຢາຂາດສາງ

Published on

ໃນວັນທີ 17 ກໍລະກົດ ພະແນກສາທາລະນະສຸກແຂວງສາລະວັນ ໄດ້ລາຍງານກ່ຽວກັບບັນຫາຢາຂາດສາງ ໂດຍລະບຸວ່າ: ປັດຈຸບັນຢູ່ຕາມສະຖານທີ່ບໍລິການສຸຂະພາບເຊັ່ນ: ໂຮງໝໍນ້ອຍ, ໂຮງໝໍຊຸມຊົນ ແລະ ໂຮງຫມໍແຂວງໄດ້ມີຢາຂາດສາງ (ໂຮງໝໍແຂວງຂາດ 26 ລາຍການ) ເນື່ອງຈາກຕິດໜີ້ຄ່າຢາບໍລິສັດຈໍານວນຫຼາຍ ມາຮອດປັດຈຸບັນ (ເດືອນທີ 7/2023) ຕິດໜີ້ຄ່າຢາຈໍານວນ 25.238.711.745 ກີບ ເຫັນວ່າເປັນຕົວເລກທີ່ສູງ ທາງບໍລິສັດບໍ່ສາມາດສົ່ງຢາ ໃຫ້ສະຖານບໍລິການປິ່ນປົວສຸຂະພາບ, ສ່ວນລາຍການຢາທີ່ຂາດສາງນັ້ນເຮັດໃຫ້ຄົນເຈັບໄປຊອກຊື້ຢູ່ນອກ.

ພໍມາໃນວັນທີ 20 ກໍລະກົດ ກໍໄດ້ອອກມາແກ້ໄຂບັນຫາດັ່ງກ່າວ ເຊິ່ງກໍຮີບຮ້ອນໃນການສະໜອງຢາປິ່ນປົວພະຍາດໃນບາງຊະນິດທີ່ຂາດເປັນປົກກະຕິແລ້ວ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...