spot_img
Homeຂ່າວພາຍ​ໃນກອງກວດກາປ່າໄມ້ແຂວງໄຊຍະບູລີ ໄດ້ຈູດທໍາລາຍຖິ້ມ ຊີ້ນສ່ວນສັດປ່າທີ່ຜິດກົດໝາຍ

ກອງກວດກາປ່າໄມ້ແຂວງໄຊຍະບູລີ ໄດ້ຈູດທໍາລາຍຖິ້ມ ຊີ້ນສ່ວນສັດປ່າທີ່ຜິດກົດໝາຍ

Published on

ອີງຕາມ ຖວທ ແຂວງໄຊຍະບູລີ ລາຍງານໃນວັນທີ 12 ກໍລະກົດ 2023 ຜ່ານມານີ້ວ່າ: ກອງກວດກາປ່າໄມ້ແຂວງໄຊຍະບູລີ ໄດ້ຈູດທໍາລາຍຖິ້ມ ຊີ້ນສ່ວນສັດປ່າ ທີ່ຜິດກົດໝາຍຫລາຍກວ່າ 49 ກິໂລກຣາມ, ມູນຄ່າ 5 ລ້ານກວ່າກີບ ຊຶ່ງຢຶດມາຈາກແມ່ຄ້າທີ່ເອົາມາວາງຂາຍໃນທ້ອງ ຕະຫລາດພາຍໃນແຂວງໄຊຍະບູລີໃນໄລຍະຜ່ານມາ.

ທ່ານ ກອງທ່ຽນ ໄຊຍະພອນ ຫົວຫນ້າກອງກວດກາປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຜ່ານ ກອງກວດກາປ່າໄມ້ໄດ້ ສົມທົບກັບເຈົ້າທີ່ປ່າໄມ້ ເມືອງໄຊຍະບູລີ, ເມືອງພຽງ ແລະ ເມືອງປາກລາຍ ລົງກວດກາຢູ່ຕະຫລາດ 6 ຄັ້ງ. ພົບ ເຫັນແມ່ຄ້າ 12 ຄົນ ນັ່ງຂາຍຊີ້ນສັດປ່າຢູ່, ສະນັ້ນ, ເຈົ້າຫນ້າທີ່ຈຶ່ງກວດກາ ແລະ ຢຶດຊີ້ນສ່ວນສັດປ່າທີ່ວາງຂາຍໄວ້ ທັງຫມົດ 49,3 ກິໂລ. ໃນນີ້ ມີທັງສັດທີ່ຕາຍ ແລະ ຍັງມີຊີວິດຢູ່ ເຊັ່ນ: ຊີ້ນຟານດິບ 4,2 ກິໂລ, ຊີ້ນຫມູປ່າດິບ 10,7 ກິໂລ, ຊີ້ນຫມູປ່າແຫ້ງ 4,8 ກິໂລ, ງູສິງ 2 ກິໂລ, ແລນດິບ 3,5 ກິໂລ, ກະຮອກດິບ 15 ໂຕ, ເຕົ່າຍັງມີຊີວິດ 3 ໂຕ ນໍ້າຫນັກ 6,3 ກິໂລ, ແລະຍັງມີຊີວິດ 3 ໂຕ ນໍ້າຫນັກ 5,9 ກິໂລ ແລະ ນົກເປົ້າ 9 ໂຕ.

ສໍາລັບຊີ້ນສ່ວນສັດທີ່ຢຶດໄດ້ແມ່ນໄດ້ຈູດທໍາລາຍຖິ້ມ ສ່ວນສັດທີ່ຍັງມີຊີວິດໄດ້ນໍາໄປປ່ອຍຄືນສູ່ທໍາມະຊາດ ປ່າສະຫງວນນໍ້າປຸຍ ແລະ ຜູ້ກະທໍາຜິດທັງ 12 ຄົນ ທີ່ຂາຍສັດປ່າຫວງຫ້າມເຈົ້າຫນ້າທີ່ໄດ້ເຮັດບົດບັນທຶກ, ສຶກສາ ອົບຮົມ ບໍ່ໃຫ້ກັບມາຂາຍສັດປ່າ ໂດຍສະເພາະປະເພດສັດທີ່ຫວງຫ້າມອີກຕໍ່ໄປ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...